ຄວາມຮູ້ກ່ຽວກັບນິທານພື້ນເມືອງລາວ ຂອງແຂວງສະຫວັນນະເຂດ |
![]() DOWNLOAD! (2.29 MB) ຂໍ້ມູນຕິດຕໍ່: ທ່ານ ສັງທອງ ລັດຖະສິງ ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ ເບີໂທລະສັບ: (+856) 20 2260 2004 (+856) 41 212 180 Fax: (+856) 41 213 667 ໄປສະນີເລກທີ: 809 Email: slathasing@yahoo.com |
ໂຄງການວິໄຈ ກ່ຽວກັບນິທານພື້ນເມືອງລາວຂອງແຂວງສະຫວັນນະເຂດ ເປັນໂຄງການວິໄຈຮ່ວມ
ລະຫວ່າງ ວິທະຍາໄລຄູ ສະຫວັນນະເຂດ ສປປລາວ ແລະ ມະຫາວິທະຍາໄລສຣີນະຄະຣິນທະວິໂຣດປະສານ
ມິດແຫ່ງຣາຊະອານາຈັກໄທ ເລີ່ມໂຄງການໃນປີ 2004,ສຳເລັດ ປີ 2006 ແລະ ພິມເຜີນແຜ່ 2011. ການສຶກ
ສາງານວິໄຈຄັ້ງນີ້ ເປັນການສໍາຫຼວດ ແລະ ປະເມີນຄວາມຮູ້ຂອງນິທານພື້ນເມືອງລາວຂອງແຂວງສະຫວັນນະ
ເຂດ ໂດຍມີຈຸດປະສົງ 3 ປະການ ຄື : ເພື່ອລວບລວມ ແລະ ອະນຸລັກນິທານພື້ນເມືອງລາວ ຂອງແຂວງ
ສະຫວັນນະເຂດ,ເພື່ອສຶກສາ ແລະ ປະເມີນຄວາມຮູ້ໃນນິທານພື້ນເມືອງ ກັບວິຖີຊີວິດຂອງຄົນໃນແຂວງ ສະ
ຫວັນນະເຂດ ແລະ ເພື່ອຄັດເລືອກນິທານພື້ນເມືອງລາວບາງເລື່ອງຈັດທຳເປັຮນິທານສຳລັບເດັກນຳໄປໃຊ້ປະ
ກອບການຮຽນການສອນ ວິຊາພາສາລາວ ຄຳສຸພາສິດ ຄຳພັງເພີຍແລະຄຳຄົມຕ່າງໆ ແລະ ວິຊາທ້ອງຖິ່ນຂອງ
ນັກສຶກສາວິທະຍາໄລຄູ ສະຫວັນນະເຂດພ້ອມທັງສະຖາບັນການສຶກສາຕ່າງໆທີ່ມີຄວາມສົນໃຈ. ວິທີການວິໄຈ: 1.ສຶກສາລວບລວມຂໍ້ມູນທີ່ກ່ຽວຂ້ອງກັບນິທານພື້ນເມືອງ,2.ເກັບນິທານພື້ນບ້ານລາວ ໃນແຂວງສະຫວັນນະເຂດໂດຍຈັດຕັ້ງນັກສຶກສາສາຍວິທະຍາສາດສັງຄົມ, 3.ລວບລວມຂໍ້ມູນນິທານພື້ນບ້ານ ທີ່ເກັບມາໄດ້,4.ຄັດຈ້ອນຂໍ້ມູນນິທານພື້ນບ້ານທີ່ຈັດເກັບໄດ້ ພິມເປັນພາສາລາວທີ່ສົມບູນ,5. ສຶກສາ ວິເຄາະນິ ທານພື້ນເມືອງລາວ ຄວາມຮູ້ທີ່ຮັບຈາກນິທານ ພ້ອມທັງສຳພາດບຸກຄົນໃນທ້ອງຖິ່ນ ແລະ 6.ຈັດກຽມພິມເປັນ ໜັງສືນິທານທັງໝົດທີ່ເກັບໄດ້. ຜົນການສຶກສາວິໄຈ: ເຫັນວ່ານິທານພື້ນເມືອງລາວໃນແຂວງສະຫວັນນະເຂດລວມໄດ້ 147 ເລື່ອງ ແບ່ງຕາມປະເພດນິທານພື້ນເມືອງລາວມີ 5 ປະເພດຄື : ເທບນິຍາຍ,ພື້ນສືບ ຫຼື ອີງປະຫວັດສາດ,ນິທານອັດ ສະຈັນ,ນິທານຊວນຫົວ ແລະ ນິທານສັດ.(ຖ້າປະເພດນິທານຕາມແບບຂອງ ສະຕິທ໌ ທອມປ໌ສັນມີ 11 ປະເພດ ຄື : ນິທານອັດສະຈັນ,ນິທານຊີວິດ,ນິທານວິລະບຸຣຸດ,ນິທານປະຈຳຖິ່ນ ຫຼື ນິຍາຍປະຈຳຖິ່ນ,ນິທານອະທິບາຍ ເຫດ, ຕຳນານປະຣຳປະຣະ,ນິທານສັດ, ນິມຸກຕະຫຼັກ,ນິທານສາສະໜາ,ນິທານຜີ ແລະ ນິທານເຂົ້າແບບ) ຄວາມຮູ້ທີ່ພົບໃນນິທານພື້ນເມືອງລາວແຂວງສະຫວັນນະເຂດໄດ້ແກ່ ຄວາມຮູ້ໃນດ້ານການທຳມາຫາ ກິນ,ການຮັກສາສຸຂະພາບອານາໄມ, ການຢູ່ຮ່ວມກັນໃນສັງຄົມ, ງານປະເນີທາງສາສະໜາ ແລະ ການເຄົາລົບບູ ຊາສິ່ງເໜືອທຳມະຊາດລວມທັງການສ້າງສັນທາງສິລະປະຮີດຄອງປະເພນີ. ດ້ານຄ່ານິຍົມໃນນິທານພື້ນເມືອງ ລາວນັ້ນ ຍົກຍ້ອງຄົນກະຕັນຍູຄົນບໍ່ໂລບມາກໂລພາ ວິລະບຸຣຸດຜູ້ກ້າຫານ ຜູ້ມີຄວາມຂະຫຍັນໝັ່ນພຽນ ແລະເພິ່ງຕົນເອງ ຍົກຍ້ອງຜູ້ມີຄວາມສະຫຼາດມີໄຫວພິກ ແລະ ຍົກຍ້ອງຄົນດີມີຄຸນນະທຳ. ໃນດ້ານຄວາມເຊື່ອ : ມີຄວາມເຊື່ອແບບດັ້ງເດີມໄດ້ແກ່ ຄວາມເຊື່ອເລື່ອງຜີ,ເທວະດາອາລັກຂາ ແລະ ການບົນບານສານກ່າວ. ຄວາມເຊື່ອເລື່ອງງູ,ເງືອກ,ສັດປະຫຼາດທີ່ມີຣິດເດດ. ຄວາມເຊື່ອສິ່ງທີ່ເໜືອທຳມະຊາດ, ເລື່ອງຍັກ,ດ້ານໂຫລະສາດ, ລຶກຍາມ, ຂອງວິເສດ ທີ່ສຳຄັນທີ່ສຸດຄືຄວາມເຊື່ອທາງພຣະພຸດທະສາສະໜາ ຊຶ່ງ ມີອິດທິພົນຢູ່ໃນຈິດໃຈຂອງຄົນລາວ ແລະເປັນຄວາມໝັ້ນຄົງທາງຈິດໃຈທີ່ເກີດຈາກຄວາມເຊື່ອຖື ແລະຄວາມ ສັດທາໃນພຣະພຸດທະສາສະໜາ,ເລື່ອງປະເພນີ ມີທັງປະເພນີກ່ຽວກັບຄອບຄົວ ແລະ ສ່ວນລວມການເຮັດບຸນ ທີ່ວັດທີ່ບ້ານຕາມຮີດຄອງປະເພນີ. ນອກຈາກນີ້ ຄວາມຮູ້ດ້ານອື່ນໆເຊັ່ນ : ຄວາມຮູ້ທີ່ສອນແມ່ຍິງ,ການໃຊ້ພະ ຫຍາ,ພາສິກເປັນຊື່ເລື່ອງ,ການໃຊ້ຄຳຫຍາຍ ຫຼື ຄຳເພິ ໃນການເລົ່ານິທານ ແລະ ອື່ນໆ. ນິທານພື້ນເມືອງລາວແຂວງສະຫວັນນະເຂດ ຈະມີຄວາມບົກພ່ອງຫຼາຍດ້ານເຊັ່ນ : ການພິມ, ການໃຊ້ ຄຳສັບພາສາບໍ່ທັນຖືກຕາມຫຼັກໄວຍາກອນ, ເປັນຄຳເວົ້າແບບທຳມະດາພື້ນບ້ານ ຍັງບໍ່ທັນເປັນຄຳສັບທາງການ, ການຈັດສັນໂຄງສ້າງຂອງນິທານ,ການຈັດປະເພດຂອງນິທານ, ຊື່ເລື່ອງທີ່ເປັນພາສາລາວ ຫຼື ພາສາອັງກິດ ອາດ ຈະບໍ່ກົງກັບຄວາມໝາຍຂອງເນື້ອໃນ, ການສັງເຄາະບົດເລື່ອງອາດຈະບໍ່ທັນກົງກັບ, ແນວຄວາມຄິດຂອງເລື່ອງ ແລະ ອື່ນໆ.ຫວັງຢ່າງຍິ່ງວ່າບັນດານທ່ານຜູ້ອ່ານ,ທ່ານຜູ້ຮູ້ກ່ຽວກັບນິທານທັງຫຼາຍ ຄົງຈະໃຫ້ຄວາມຮ່ວມມື ກັບ ທິມງານການວິໄຈ ຖ້າຫາກພົບເຫັນບ່ອນໃດບໍ່ທັນເໝາະສົມ ກະລຸນາປະກອບຄຳເຫັນ ສົ່ງໄປຫາທິມງານຂອງພວກເຮົາດ້ວຍ. ເພື່ອຊ່ວຍປັບປຸງເຮັດໃຫ້ນິທານອຸດົມສົມບູນໄປດ້ວຍເນື້ອໃນ ແລະ ມີປະສິດທິຜົນດີຂຶ້ນໄປ ເລື້ອຍໆ. ຄະນະທິມງານວິໄຈ ທ່ານ ສັງທອງ ລັດຖະສິງ………………… ທ່ານ ສອນແກ້ວ ອຸ່ນປະເສີດ…………… |
ຮູ້ຈັກກັບນັກວິທະຍາສາດ |
![]() DOWNLOAD! (2 MB) ຂໍ້ມູນຕິດຕໍ່: ທ່ານ ສັງທອງ ລັດຖະສິງ ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ ເບີໂທລະສັບ: (+856) 20 2260 2004 (+856) 41 212 180 Fax: (+856) 41 213 667 ໄປສະນີເລກທີ: 809 Email: slathasing@yahoo.com |
![]() |
ເອກະສານເຝິກອົບຮົມ ຄູບັນຈຸໃໝ່ ທີ່ມະຫາວິທະຍາໄລ ສະຫວັນນະເຂດ ຮຽບຮຽງໂດຍ ອຈ.ສັງທອງ ລັດຖະສິງ |
![]() DOWNLOAD! (965.24 KB) |
ເອກະສານເຝິກອົບຮົມ ຄູບັນຈຸໃໝ່ ທີ່ມະຫາວິທະຍາໄລ ສະຫວັນນະເຂດ ຮຽບຮຽງໂດຍ ອຈ.ສັງທອງ ລັດຖະສິງ ຂໍ້ມູນຕິດຕໍ່: ທ່ານ ສັງທອງ ລັດຖະສິງ ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ ເບີໂທລະສັບ: (+856) 20 2260 2004 (+856) 41 212 180 Fax: (+856) 41 213 667 ໄປສະນີເລກທີ: 809 Email: slathasing@yahoo.com |