ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ


ເນື່ອງຈາກຫຼັກສູດສ້າງຄູໄດ້ຖືກປັບປຸງໃຫ້ສອດຄ່ອງກັບສະພາບຕົວຈິງ ມາຮອດປັດຈຸບັນໄດ້ມີຫຼັກສູດໃໝ່ຄື ຫຼັກສູດສ້າງຄູມັດທະຍົມ ສອນໄດ້ແຕ່ ມ1​ ຮອດ ມ7.

ເຮົາໄດ້ແບ່ງຫຼັກສູດອອກເປັນ 3 ໝວດຄື: ຫຼັກສູດສ້າງຄູມັດທະຍົມ ສອນໄດ້ແຕ່ ມ1 ຮອດ ມ7 ມີທັງໝົດ 15 ຫຼັກສູດເລີ່ມນຳໃຊ້ບາງສາຂາວິຊາໃນສົກຮຽນ 2013-2014 ແລະ ຄາດວ່າຈະຖືກນຳໃຊ້ທັງໝົດພາຍໃນສົກຮຽນ 2017-2018, ຫຼັກສູດທີ່ກຳລັງຖືກນຳໃຊ້ໃນວິທະຍາໄລຄູ ສະຫວັນນະເຂດ ນັບຕັ້ງລະບົບ 12+4 ແລະ ທີ່ກຳລັງຈັດການຮຽນການສອນໃນປັດຈຸບັນ ແລະ ຫຼັກສູດທີ່ເຄີຍນຳໃຊ້ໃນສົກຮຽນກ່ອນ ແຕ່ບໍ່ໄດ້ສືບຕໍ່ໃນປັດຈຸບັນ (ເນື່ອງຈາກນຳໃຊ້ຫຼັກສູດໃໝ່).

ແຕ່ລະຫຼັກສູດມີລາຍລະອຽດດັ່ງນີ້:
ຫຼັກສູດພາກພິເສດ:
ຫຼັກສູດພັກພາກທ້າຍປີຮຽນ:
  1. ຄູພາສາອັງກິດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  2. ຄູຄະນິດສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  3. ຄູຊີວະສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  4. ຄູຟີຊິກສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  5. ຄູເຄມີສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  6. ຄູການເມືອງ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  7. ຄູປະຫວັດສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  8. ຄູພາສາລາວ-ວັນນະຄະດີ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  9. ຄູພູມສາດ ປະລິນຍາຕີ 11+3+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  10. ຄູຄະນິດສາດ ອະນຸປະລິນຍາ 11+1+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  11. ຄູວິທະຍາສາດ ອະນຸປະລິນຍາ 11+1+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  12. ຄູພາສາລາວ-ວັນນະຄະດີ ອະນຸປະລິນຍາ 11+1+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  13. ຄູວິທະຍາສາດສັງຄົມ ອະນຸປະລິນຍາ 11+1+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  14. ຄູປະຖົມ ອະນຸປະລິນຍາ 11+1+3 (ຕໍ່ເນື່ອງພັກທ້າຍປີຮຽນ)
  15. ຄູປະຖົມ ຊັ້ນກາງ 5+3+2 (ຕໍ່ເນື່ອງພັກທ້າຍປີຮຽນ)

ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ