ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



ຄວາມຮູ້ກ່ຽວກັບນິທານພື້ນເມືອງລາວ ຂອງແຂວງສະຫວັນນະເຂດ

DOWNLOAD! (2.29 MB)
ຂໍ້ມູນຕິດຕໍ່:
ທ່ານ ສັງທອງ ລັດຖະສິງ
ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ
ເບີໂທລະສັບ: (+856) 20 2260 2004
(+856) 41 212 180
Fax: (+856) 41 213 667
ໄປສະນີເລກທີ: 809
Email: slathasing@yahoo.com
ໂຄງການວິໄຈ ກ່ຽວກັບນິທານພື້ນເມືອງລາວຂອງແຂວງສະຫວັນນະເຂດ ເປັນໂຄງການວິໄຈຮ່ວມ ລະຫວ່າງ ວິທະຍາໄລຄູ ສະຫວັນນະເຂດ ສປປລາວ ແລະ ມະຫາວິທະຍາໄລສຣີນະຄະຣິນທະວິໂຣດປະສານ ມິດແຫ່ງຣາຊະອານາຈັກໄທ ເລີ່ມໂຄງການໃນປີ 2004,ສຳເລັດ ປີ 2006 ແລະ ພິມເຜີນແຜ່ 2011. ການສຶກ ສາງານວິໄຈຄັ້ງນີ້ ເປັນການສໍາຫຼວດ ແລະ ປະເມີນຄວາມຮູ້ຂອງນິທານພື້ນເມືອງລາວຂອງແຂວງສະຫວັນນະ ເຂດ ໂດຍມີຈຸດປະສົງ 3 ປະການ ຄື : ເພື່ອລວບລວມ ແລະ ອະນຸລັກນິທານພື້ນເມືອງລາວ ຂອງແຂວງ ສະຫວັນນະເຂດ,ເພື່ອສຶກສາ ແລະ ປະເມີນຄວາມຮູ້ໃນນິທານພື້ນເມືອງ ກັບວິຖີຊີວິດຂອງຄົນໃນແຂວງ ສະ ຫວັນນະເຂດ ແລະ ເພື່ອຄັດເລືອກນິທານພື້ນເມືອງລາວບາງເລື່ອງຈັດທຳເປັຮນິທານສຳລັບເດັກນຳໄປໃຊ້ປະ ກອບການຮຽນການສອນ ວິຊາພາສາລາວ ຄຳສຸພາສິດ ຄຳພັງເພີຍແລະຄຳຄົມຕ່າງໆ ແລະ ວິຊາທ້ອງຖິ່ນຂອງ ນັກສຶກສາວິທະຍາໄລຄູ ສະຫວັນນະເຂດພ້ອມທັງສະຖາບັນການສຶກສາຕ່າງໆທີ່ມີຄວາມສົນໃຈ.

ວິທີການວິໄຈ: 1.ສຶກສາລວບລວມຂໍ້ມູນທີ່ກ່ຽວຂ້ອງກັບນິທານພື້ນເມືອງ,2.ເກັບນິທານພື້ນບ້ານລາວ ໃນແຂວງສະຫວັນນະເຂດໂດຍຈັດຕັ້ງນັກສຶກສາສາຍວິທະຍາສາດສັງຄົມ, 3.ລວບລວມຂໍ້ມູນນິທານພື້ນບ້ານ ທີ່ເກັບມາໄດ້,4.ຄັດຈ້ອນຂໍ້ມູນນິທານພື້ນບ້ານທີ່ຈັດເກັບໄດ້ ພິມເປັນພາສາລາວທີ່ສົມບູນ,5. ສຶກສາ ວິເຄາະນິ ທານພື້ນເມືອງລາວ ຄວາມຮູ້ທີ່ຮັບຈາກນິທານ ພ້ອມທັງສຳພາດບຸກຄົນໃນທ້ອງຖິ່ນ ແລະ 6.ຈັດກຽມພິມເປັນ ໜັງສືນິທານທັງໝົດທີ່ເກັບໄດ້.

ຜົນການສຶກສາວິໄຈ: ເຫັນວ່ານິທານພື້ນເມືອງລາວໃນແຂວງສະຫວັນນະເຂດລວມໄດ້ 147 ເລື່ອງ ແບ່ງຕາມປະເພດນິທານພື້ນເມືອງລາວມີ 5 ປະເພດຄື : ເທບນິຍາຍ,ພື້ນສືບ ຫຼື ອີງປະຫວັດສາດ,ນິທານອັດ ສະຈັນ,ນິທານຊວນຫົວ ແລະ ນິທານສັດ.(ຖ້າປະເພດນິທານຕາມແບບຂອງ ສະຕິທ໌ ທອມປ໌ສັນມີ 11 ປະເພດ ຄື : ນິທານອັດສະຈັນ,ນິທານຊີວິດ,ນິທານວິລະບຸຣຸດ,ນິທານປະຈຳຖິ່ນ ຫຼື ນິຍາຍປະຈຳຖິ່ນ,ນິທານອະທິບາຍ ເຫດ, ຕຳນານປະຣຳປະຣະ,ນິທານສັດ, ນິມຸກຕະຫຼັກ,ນິທານສາສະໜາ,ນິທານຜີ ແລະ ນິທານເຂົ້າແບບ)

ຄວາມຮູ້ທີ່ພົບໃນນິທານພື້ນເມືອງລາວແຂວງສະຫວັນນະເຂດໄດ້ແກ່ ຄວາມຮູ້ໃນດ້ານການທຳມາຫາ ກິນ,ການຮັກສາສຸຂະພາບອານາໄມ, ການຢູ່ຮ່ວມກັນໃນສັງຄົມ, ງານປະເນີທາງສາສະໜາ ແລະ ການເຄົາລົບບູ ຊາສິ່ງເໜືອທຳມະຊາດລວມທັງການສ້າງສັນທາງສິລະປະຮີດຄອງປະເພນີ. ດ້ານຄ່ານິຍົມໃນນິທານພື້ນເມືອງ ລາວນັ້ນ ຍົກຍ້ອງຄົນກະຕັນຍູຄົນບໍ່ໂລບມາກໂລພາ ວິລະບຸຣຸດຜູ້ກ້າຫານ ຜູ້ມີຄວາມຂະຫຍັນໝັ່ນພຽນ ແລະເພິ່ງຕົນເອງ ຍົກຍ້ອງຜູ້ມີຄວາມສະຫຼາດມີໄຫວພິກ ແລະ ຍົກຍ້ອງຄົນດີມີຄຸນນະທຳ.

ໃນດ້ານຄວາມເຊື່ອ : ມີຄວາມເຊື່ອແບບດັ້ງເດີມໄດ້ແກ່ ຄວາມເຊື່ອເລື່ອງຜີ,ເທວະດາອາລັກຂາ ແລະ ການບົນບານສານກ່າວ. ຄວາມເຊື່ອເລື່ອງງູ,ເງືອກ,ສັດປະຫຼາດທີ່ມີຣິດເດດ. ຄວາມເຊື່ອສິ່ງທີ່ເໜືອທຳມະຊາດ, ເລື່ອງຍັກ,ດ້ານໂຫລະສາດ, ລຶກຍາມ, ຂອງວິເສດ ທີ່ສຳຄັນທີ່ສຸດຄືຄວາມເຊື່ອທາງພຣະພຸດທະສາສະໜາ ຊຶ່ງ ມີອິດທິພົນຢູ່ໃນຈິດໃຈຂອງຄົນລາວ ແລະເປັນຄວາມໝັ້ນຄົງທາງຈິດໃຈທີ່ເກີດຈາກຄວາມເຊື່ອຖື ແລະຄວາມ ສັດທາໃນພຣະພຸດທະສາສະໜາ,ເລື່ອງປະເພນີ ມີທັງປະເພນີກ່ຽວກັບຄອບຄົວ ແລະ ສ່ວນລວມການເຮັດບຸນ ທີ່ວັດທີ່ບ້ານຕາມຮີດຄອງປະເພນີ. ນອກຈາກນີ້ ຄວາມຮູ້ດ້ານອື່ນໆເຊັ່ນ : ຄວາມຮູ້ທີ່ສອນແມ່ຍິງ,ການໃຊ້ພະ ຫຍາ,ພາສິກເປັນຊື່ເລື່ອງ,ການໃຊ້ຄຳຫຍາຍ ຫຼື ຄຳເພິ ໃນການເລົ່ານິທານ ແລະ ອື່ນໆ.

ນິທານພື້ນເມືອງລາວແຂວງສະຫວັນນະເຂດ ຈະມີຄວາມບົກພ່ອງຫຼາຍດ້ານເຊັ່ນ : ການພິມ, ການໃຊ້ ຄຳສັບພາສາບໍ່ທັນຖືກຕາມຫຼັກໄວຍາກອນ, ເປັນຄຳເວົ້າແບບທຳມະດາພື້ນບ້ານ ຍັງບໍ່ທັນເປັນຄຳສັບທາງການ, ການຈັດສັນໂຄງສ້າງຂອງນິທານ,ການຈັດປະເພດຂອງນິທານ, ຊື່ເລື່ອງທີ່ເປັນພາສາລາວ ຫຼື ພາສາອັງກິດ ອາດ ຈະບໍ່ກົງກັບຄວາມໝາຍຂອງເນື້ອໃນ, ການສັງເຄາະບົດເລື່ອງອາດຈະບໍ່ທັນກົງກັບ, ແນວຄວາມຄິດຂອງເລື່ອງ ແລະ ອື່ນໆ.ຫວັງຢ່າງຍິ່ງວ່າບັນດານທ່ານຜູ້ອ່ານ,ທ່ານຜູ້ຮູ້ກ່ຽວກັບນິທານທັງຫຼາຍ ຄົງຈະໃຫ້ຄວາມຮ່ວມມື ກັບ ທິມງານການວິໄຈ ຖ້າຫາກພົບເຫັນບ່ອນໃດບໍ່ທັນເໝາະສົມ ກະລຸນາປະກອບຄຳເຫັນ ສົ່ງໄປຫາທິມງານຂອງພວກເຮົາດ້ວຍ. ເພື່ອຊ່ວຍປັບປຸງເຮັດໃຫ້ນິທານອຸດົມສົມບູນໄປດ້ວຍເນື້ອໃນ ແລະ ມີປະສິດທິຜົນດີຂຶ້ນໄປ ເລື້ອຍໆ.

ຄະນະທິມງານວິໄຈ
ທ່ານ ສັງທອງ ລັດຖະສິງ…………………
ທ່ານ ສອນແກ້ວ ອຸ່ນປະເສີດ……………
ຮູ້ຈັກກັບນັກວິທະຍາສາດ

DOWNLOAD! (2 MB)
ຂໍ້ມູນຕິດຕໍ່:
ທ່ານ ສັງທອງ ລັດຖະສິງ
ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ
ເບີໂທລະສັບ: (+856) 20 2260 2004
(+856) 41 212 180
Fax: (+856) 41 213 667
ໄປສະນີເລກທີ: 809
Email: slathasing@yahoo.com
ເອກະສານເຝິກອົບຮົມ ຄູບັນຈຸໃໝ່ ທີ່ມະຫາວິທະຍາໄລ ສະຫວັນນະເຂດ ຮຽບຮຽງໂດຍ ອຈ.ສັງທອງ ລັດຖະສິງ

DOWNLOAD! (965.24 KB)
ເອກະສານເຝິກອົບຮົມ ຄູບັນຈຸໃໝ່ ທີ່ມະຫາວິທະຍາໄລ ສະຫວັນນະເຂດ ຮຽບຮຽງໂດຍ ອຈ.ສັງທອງ ລັດຖະສິງ
ຂໍ້ມູນຕິດຕໍ່:
ທ່ານ ສັງທອງ ລັດຖະສິງ
ຫົວໜ້າຫ້ອງການສົ່ງເສີມວິຊາການ, ວິທະຍາໄລຄູ ສະຫວັນນະເຂດ
ເບີໂທລະສັບ: (+856) 20 2260 2004
(+856) 41 212 180
Fax: (+856) 41 213 667
ໄປສະນີເລກທີ: 809
Email: slathasing@yahoo.com

ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ