ວິໄສທັດ ແລະ ຄຳຂວັນ:
ວິໄສທັດໂຮງຮຽນ:ຄຳຂວັນໂຮງຮຽນ: ສອນດີ ຮຽນເກັ່ງ ເຄັ່ງຕໍ່ວິໄນ ໃສ່ໃຈພັດທະນາສິ່ງແວດລ້ອມ ພ້ອມຮັກສາວັດທະນະທຳ
ວິໄສທັດ ຫ້ອງການວິທະຍາສາດທຳມະຊາດ: ເກັ່ງວິທະຍາສາດ ສະຫຼາດຄິດໄລ່ ວ່ອງໄວປະຕິບັດ ວິໄນເຄັ່ງຄັດ ວິໃສທັດກວ້າງໄກວິໄສທັດ ຫ້ອງການຄູອະນຸບານ-ປະຖົມ: ອຸດົມການລ້ຳເລີດ ປະເສີດຄຸນນະທຳ ນຳໜ້າວິຊາຄູ
ວິໄສທັດ ຫ້ອງການພາສາຕ່າງປະເທດ: ການຮຽນພາສາຕ່າງປະເທດ ຄືຕົ້ນເຫດຄວາມເຂົ້າໃຈໃນວັດທະນະທຳສາກົນ ເຝິກຝົນພູມປັນຍາ ພັດທະນາຄວາມຮູ້ດ້ານວິທະຍາສາດ ພາຊາດຈະເລີນ ເດີນສູ່ຄວາມສີວິໄລ ກ້າວໄປໃຫ້ທັນໂລກ
ວິໄສທັດ ຫ້ອງການວິທະຍາສາດສັງຄົມ: ຄຸນສົມບັດວັດທະນະທຳເປັນເລີດ ປະເສີດຄືການສຶກສາ
ກິດຈະກຳນອກຫຼັກສູດ:
ກິດຈະກຳຕັດຫຍິບ: ປະກອບມີ ຕັດຫຍິບປະເພດຕ່າງໆ ບໍລິການພາຍໃນ ແລະ ພາຍນອກ ວຄສ. ນອກຈາກນີ້ຍັງມີການເຝິກອົບຮົມໃຫ້ນັກສຶກສາທຸກສາຍຮຽນ.
ກິດຈະກຳປຸງແຕ່ງອາຫານ ແລະ ສິລະປະກຳ: ແມ່ນໄດ້ບໍລິການຂາຍອາຫານໃຫ້ນັກສຶກສາ, ພະນັກງານຄູ-ອາຈານ ແລະ ຈັດການເຝິກອົບຮົມການປຸງແຕ່ງອາຫານຕ່າງໆໃຫ້ກັບນັກສຶກສາທຸກໆສາຍຮຽນ. ມີການແກະສະຫຼັກ, ຂວັດລາຍ ແລະ ແຕ້ມຮູບພາບຕ່າງໆ.
ກິດຈະກຳສິລະປະດົນຕີ-ເສີມສວຍ: ປະກອບມີການຟ້ອນຈັງຫວະຕ່າງໆ, ຮ້ອງເພງ, ລຳ, ສະແດງລະຄອນ, ຈັດຕັ້ງໂຄງການກວດສອບສີລະປະ ປະຈຳສົກຮຽນ. ເສີມສວຍແມ່ນໄດ້ເປີດບໍລິການສູນເສີມສວຍໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ນອກນີ້ຍັງມີການເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.
ກິດຈະກຳຊ່າງໄມ້: ແມ່ນໄດ້ສ້ອມແປງໂຕະ, ຕັ່ງ, ຕູ້ ທີ່ເປ່ເພ, ຜະລິດອຸປະກອນສື່ການສອນ ແລະ ຍັງໄດ້ເຝິກົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ.
ກິດຈະກຳກິລາ: ປະກອບມີກິລາ ບານເຕະ, ບານສົ່ງ, ກະຕໍ້ ແລະ ກິລາພື້ນບ້ານຫຼາຍປະເພດ, ໄດ້ມີການເຝິກອົບຮົມເປັນກຳມະການຕັດສິນກິລາປະເພດຕ່າງໆ ໃຫ້ນັກສຶກສາທຸກສາຍຮຽນ ແລະ ມີການຈັດການແຂ່ງຂັນຕະຫຼອດປີ.
ກິດຈະກຳຕັດຜົມ-ນ້ຳສະອາດ: ແມ່ນເປີດບໍລິການເປັນສູນບໍລິການຕັດຜົມ ໂດຍມີນັກສຶກສາເປັນຜູ້ຈັດການໃນແຕ່ລະວັນ ເພື່ອບໍລິການຕັດຜົມໃຫ້ນັກສຶກສາ ແລະ ພະນັກງານຄູ-ອາຈານ ໂດຍບໍ່ເສຍຄ່າ. ມີການຜະລິດນ້ຳສະອາດດ້ວຍເຄື່ອງຈັກຂະໜາດນ້ອຍ ເພື່ອຮັບໃຊ້ບໍລິໂພກພາຍໃນ ວຄສ.
ກິດຈະກຳຂ່າວສານ-ດົນຕີ: ໄດ້ບໍລິການອອກຂ່າວປະເພດຕ່າງໆທາງໂທລະໂຄ່ງ ແຕ່ວັນຈັນ ຫາ ວັນສຸກ, ມີການປະກວດຫໍຂ່າວດີເດັ່ນລະຫວ່າງສາຍຮຽນ ແລະ ມີທີມງານຂຽນຂ່າວ. ສ່ວນວົງດົນຕີແມ່ນບໍລິການຮັບໃຊ້ກິດຈະກຳສະໂມສອນຊາວໜຸ່ມ ແລະ ວຽກທັງພາຍໃນ ແລະ ນອກ ວຄສ.
ກິດຈຳກຳກະເສດສຶກສາ-ສິ່ງແວດລ້ອມ: ປະກອບມີການປູກເຫັດ, ປູກຜັກ, ເຮັດຝຸ່ມບົ່ມ, ນ້ຳສະກັດຊີວະພາບ, ທັດສະນະສຶກສານອກສະຖານທີ່ ແລະ ຍັງໄດ້ເຝິກອົບຮົມໃຫ້ກັບນັກສຶກສາທຸກໆສາຍຮຽນ. ສິ່ງແວດລ້ອມແມ່ນມີທີມງານຈັດສັນຂີ້ເຫຍື້ອໃຫ້ເປັນລະບົບລະບຽບ ເພື່ອຄວາມສະອາດງາມຕາ.
ປະຫວັດໂຮງຮຽນ:
ວິທະຍາໄລຄູ ສະຫວັນນະເຂດ ສ້າງຕັ້ງຂື້ນເມື່ອປີ 1966 ໂດຍໃສ່ຊື່ໃນເບື້ອງຕົ້ນວ່າ: ວິທະຍາໄລຄູ ສະຫວັນນະເຂດ ຊຶ່ງເອີ້ນຕາມພາສາຝຣັ່ງວ່າ Ecole normale Savannakhet
ມີຂອບເຂດເນື້ອທັງໝົດ 44 ເຮັກຕາ, ເນື້ອທີ່ດິນທີ່ນອນໃນໂຄງການສຳຫລວດແລ້ວ 42 ເຮັກຕາ, ດ້ານໜ້າໂຮງຮຽນຕິດແປະກັບເສັ້ນທາງເລກທີ 9 ຍາວ 290 ແມັດ,
ຊຶ່ງຫ່າງຈາກຕົວເມືອງ ສະຫວັນນະເຂດ ໄປທາງທິດຕາເວັນອອກ 7 ກິໂລແມັດ. ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ສ້າງສຳເລັດເມື່ອປີ 1969 ປະກອບດ້ວຍອາຄານຕ່າງໆທັງໝົດ 11 ຫຼັງ,
ແຍກເປັນອາຄານຮຽນ 3 ຫຼັງ, ຫ້ອງຝຶກງານ 1 ຫຼັງ, ອາຄານພັກເຊົາຂອງນັກຮຽນ 3 ຫຼັງ, ຫໍອາຫານ 1 ຫຼັງ, ສຸກສາລາ 1 ຫຼັງ ແລະ ເຮືອນພັກຄະນະອຳນວຍການ 2 ຫຼັງ.
ໂຮງຮຽນແຫ່ງນີ້ມີເປົ້າໝາຍໃນການສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ຜູ້ອຳນວຍການຄົນທຳອິດຊື່ວ່າ ທ່ານ ອວດ ອຸລະຈິດ. ດັ່ງນັ້ນ, ເມື່ອແບ່ງການຂະຫຍາຍຕົວ
ຂອງວິທະຍາໄລຄູ ສະຫວັນນະເຂດ ເລີ່ມຈາກການສ້າງຕັ້ງຈົນຮອດປະຈຸບັນ ໄດ້ຜ່ານການຂະຫຍາຍຕົວໃນ 4 ໄລຍະທີ່ແຕກຕ່າງກັນຄື:
- ໄລຍະທີ 1 ລະຫວ່າງປີ 1969-1975 ເອີ້ນວ່າ ວິທະຍາໄລຄູສະຫວັນນະເຂດ ເປັນໂຮງຮຽນກໍ່ສ້າງຄູຊັ້ນຕົ້ນ ໃນລະບົບ 6+2 (ລະບົບເລັ່ງລັດ) ແລະ ລະບົບ 6+4 ເປັນຄູປະຖົມສົມບູນ.
ຂອບເຂດຂອງການກໍ່ສ້າງຄູ ແມ່ນໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ.
- ໄລຍະທີ 2 ເລີ່ມແຕ່ປີ 1975-1989 ປ່ຽນຊື່ເປັນ ໂຮງຮຽນກໍ່ສ້າງຄູຊັ້ນກາງເລກ 5 (ສ.ຄ 5) ຊຶ່ງຮຽນໃນລະບົບ 8+3 ແລະ ຮັບເອົາພະນັກງານຄູຊັ້ນຕົ້ນມາຮຽນຕໍ່ເອົາວຸດທິຄູຊັ້ນກາງ.
ໄລຍະນີ້ມີໜ້າທີ່ກໍ່ສ້າງຄູໃຫ້ສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ ຊຶ່ງສາມາດກໍ່ສ້າງຄູໄດ້ທັງໝົດ 15 ຊຸດ, ມີຈຳນວນ 3.049 ຄົນ.
- ໄລຍະທີ 3 ລະຫວ່າງປີ 1984-1989, ໃນນີ້ເລີ່ມຈາກສົກຮຽນ 1984-1985 ໄດ້ສ້າງຕັ້ງ ສາຂາມະຫາວິທະຍາໄລສ້າງຄູ ສະຫວັນນະເຂດ ຂື້ນຊຶ່ງມີຊື່ຫຍໍ້ວ່າ: ສາຂາ ມ.ສ.ຄ ສະຫວັນນະເຂດ
ໂດຍແຍກເອົາອາຄານສ່ວນໜຶ່ງຂອງ ສ.ຄ.5 ໄປນຳໃຊ້. ລະຫວ່າງ ສ.ຄ.5 ແລະ ສາຂາ ມ.ສ.ຄ ນັ້ນມີຄະນະອຳນວຍການຂອງໃຜລາວ, ມີລະບົບຫຼັກສູດການຮຽນແຕກຕ່າງກັນຄື:
ສາຂາ ມ.ສ.ຄ ຮຽນໃນລະບົບ 11+4 ສຳລັບນັກຮຽນສາມັນ ແລະ ຮັບເອົາພະນັກງານຄູຊັ້ນກາງມາຮຽນຕໍ່ ເພື່ອເປັນຄູຊັ້ນສູງສອນຂັ້ນມັດທະຍົມຕອນປາຍ. ມີໜ້າທີ່ກໍ່ສ້າງຄູໃນ 6 ແຂວງ
ພາກກາງແລະໃຕ້ຄື: ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ, ສ່ວນ ສ.ຄ.5 ຍັງຮຽນໃນລະບົບ 8+3 ເໝືອນເດີມ; ສາຂາ ມ.ສ.ຄ
ກໍ່ສ້າງຄູໄດ້ທັງໝົດ 5 ຊຸດມີຈຳນວນ 542 ຄົນ.
- ໄລຍະທີ 4 ເລີ່ມຈາກສົກຮຽນ 1989-1990 ສ.ຄ.5 ແລະ ສາຂາ ມ.ສ.ຄ ໄດ້ຮ່ວມເຂົ້າເປັນສະຖາບັນການສຶກສາດຽວ ໂດຍມີຄະນະອຳນວຍການຄະນະດຽວເປັນຜູ້ບໍລິຫານ
ແລະ ໄດ້ປ່ຽນຊື່ມາເປັນ ໂຮງຮຽນກໍ່ສ້າງຄູຊັ້ນສູງ ສະຫວັນນະເຂດ ໄລຍະຕໍ່ມາ ຈຶ່ງປ່ຽນເປັນ ວິທະຍາໄລຄູສະຫວັນນະເຂດ (ວຄສ). ລະບົບການຮຽນແມ່ນ 11+3
ໂດຍຮັບເອົານັກຮຽນມັດທະຍົມຕອນປາຍ ແລະ ຄູຊັ້ນກາງ ມາຮຽນໃນຫຼັກສູດ 3 ປີ ເປັນຄູຊັ້ນສູງລະດັບອະນຸປຣິນຍາສອນລະດັບມັດທະຍົມຕອນຕົ້ນ. ສົກຮຽນ 1991-1992
ວຄສ ໄດ້ສ້າງຄູ ລະບົບ 11+1 ໂດຍຮັບເອົານັກຮຽນມັດທະຍົມຕອນປາຍມາຮຽນຕໍ່ 1 ປີໄປສອນປະຖົມ ແລະ ມີໜ້າທີ່ກໍ່ສ້າງຄູໃນສອງແຂວງຄື: ສະຫວັນນະເຂດ ແລະ ຄຳມ່ວນ.
ໄລຍະນີ້ໄດ້ກໍ່ສ້າງຄູ ໃນສອງລະບົບ ອອກທັງໝົດ 9 ຊຸດ , ຈຳນວນ 1.062 ຄົນ, ໃນນັ້ນ 11+3 ມີ 546 ຄົນ ແລະ 11+1 ມີ 516 ຄົນ.
- ລາຍຊື່ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ໃນແຕ່ລະສະໄໝ:
1. ທ່ານ ອວດ ອຸລະຈິດ (1969-1971)
2. ທ່ານ ທອງເພັດ ວົງໂພສີ (1971-1972)
3. ທ່ານ ເງິນແທ່ງ ເກດຕະວົງ (1972-1974)
4. ທ່ານ ທອງເຕີນ ໄຊຍະເສນ (1974-1976)
5. ທ່ານ ວອນມາ ດາລາອ້ວນ (1976-1980)
6. ທ່ານ ສຳພອນ ເກິ່ງພະຈັນ (1980-1984)
7. ທ່ານ ວຽງຄຳ ເພັງສະຫວັນ (1984-1992)
8. ທ່ານ ຄຳພູນ ຕຸໄພທູນ (1992-2006)
9. ທ່ານ ກຶ່ງ ໄຊຍະສານ (2006-2015)
10. ທ່ານ ລັດສະໝີ ພະໄຊສີ (2015-ປັດຈຸບັນ)