ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



24/05/2011 12:00:00 am - ພິທີເປີດການປ້ອງກັນບົດລາຍງານຈົບຊັ້ນ/ສອບເສັງປາກເປົ່າຂອງ ພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010-2011
ສົ່ງເສີມວິຊາການ


ໃນວັນທີ 23 / 05 / 2011 ເວລາ 3:00 ຂອງວັນຈັນ ທີ່ຫ້ອງການພາສາຕ່າງປະເທດ ໄດ້ມີການເຕົ້າໂຮມ ແລະ ເປີດພິທີການປ້ອງກັນບົດລາຍງານຈົບຊັ້ນ ແລະ ສອບເສັງປາກເປົ່າ ຂອງພາກຄໍ່າ ແລະ ພາກເສົາ - ອາທິດ ສົກຮຽນ 2010 - 2011 ເຊິ່ງປະທານໃນພິທີຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ກຶ່ງ ໄຊຍະສານ ຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍຄະນະ ກໍ່ເປັນກຽດເຂົ້າຮ່ວມ ແລະ ພະນັກງານຄູ-ອາຈານ ທີ່ສິດສອນພາສາອັງກິດທຸກທ່ານ ກໍ່ເປັນກຽດເຂົ້າຮ່ວມ ເຊິ່ງເນື້ອໃນຂອງພິທີເປີດ ແມ່ນ ເພິ່ນໄດ້ເວົ້າເຖິງ ການປະຕິບັດລະບຽບວິໄນ, ການກວດບົດລາຍງານ, ການໃຫ້ຄະແນນປື້ມ, ການໃຫ້ຄະແນນປ້ອງກັນ, ເອກະສານຕ່າງໆ, ຄຸນນະພາບຂອງການປ້ອງກັນບົດ, ພຶດຕິກໍາຂອງນັກສຶກສາ ຕໍ່ກັບການປະຕິບັດລະບຽບ ແລະ ເພິ່ນຍັງໄດ້ເນັ້ນຕື່ມອີກວ່າ: ການປ້ອງກັນບົດລາຍງານຈົບຊັ້ນ ປີນີ້ ຕ້ອງພະຍາຍາມຮັບປະກັນຄຸນນະພາບໃນທຸກດ້ານ ບໍ່ວ່າຄູ-ອາຈານ ແລະ ນັກຮຽນນັກສຶກສາ.


ຕໍ່ຈາກນັ້ນ ຮອງຫົວໜ້າຫ້ອງການພາສາຕ່າງປະເທດ ທ່ານ ອາຈານ ອໍາພອນ ຂາວເພຍສຸພົນ ກໍ່ໄດ້ຂື້ນອະທິບາຍກ່ຽວກັບການສອບເສັງ, ການປ້ອງກັນ, ການແປງປື້ມ, ການສົ່ງຄະແນນ ແລະ ອະທິບາຍຮູບແບບການໃຫ້ຄະແນນຂອງທັງສອງແບບ ລະຫ່ວາງ ການປ້ອງກັນ ແລະ ການສອບເສັງ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ