ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



09/05/2011 12:00:00 am - ຟັງການໂອ້ລົມຂອງຜູ້ອໍານວຍການ ພ້ອມຄະນະ ຕໍ່ກັບຄູ-ອາຈານ ທີ່ສິດສອນໃນຫ້ອງການພາສາຕ່າງປະເທດ
ສົ່ງເສີມວິຊາການ


ໃນວັນທີ 6 / 5 / 2011 ຂອງຕອນບ່າຍວັນສຸກ ທີ່ຫ້ອງປະຊູມຊັ້ນສອງ ພະນັກງານຄູ-ອາຈານ ທັງໝົດທີ່ສອນໃນຫ້ອງການພາສາຕ່າງປະເທດ ແລະ ຄູ-ອາຈານທີ່ສິດສອນວິຊາເລືອກ ໄດ້ມີການລວມ ເພື່ອຟັງການໂອ້ລົມ ຂອງຜູ້ອໍານວຍການ. ຈຸດປະສົງໃນການເຕົ້າໂຮມໃນຄັ້ງນີ້ກໍ່ ແມ່ນເພື່ອຟັງການໂອ້ລົມ ຂອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ແລະ ຮອງຜູ້ອໍານວຍການຝ່າຍວິຊາການ ຈະມາໃຫ້ຄໍາຄິດຄໍາເຫັນ ແລະ ລົງເລິກຕໍ່ກັບວຽກງານວິຊາການ ເນື້ອໃນ ຂອງການໂອ້ລົມ ທ່ານ ກຶ່ງໄຊຍະສານ ໄດ້ກ່າວວ່າ: ການຮຽນ - ການສອນ ໃນທຸກລະບົບ ແມ່ນ ມີຄວາມສໍາຄັນຫຼາຍ ໂດຍສະເພາະ ບົດບາດຂອງພາສາອັງກິດ ປະຈຸບັນ ນັກສຶກສາ ໄດ້ໃຫ້ຄວາມສໍາຄັນໃນການຮຽນສູງ ແຕ່ກໍ່ຫຼີກຫຼ່ຽງບໍ່ໄດ້ ທີ່ຈະມີບັນຫາ ເຊັ່ນ: ນັກສຶກສາທີ່ຜິດລະບຽບ. ຕໍ່ຈາກນັ້ນ, ຮອງຜູ້ອໍານວຍການຝ່າຍວິຊາການ ທ່ານ ອາຈານ ບຸນເຫຼື່ອມ ວໍລະສານ ກໍ່ໄດ້ໃຫ້ຄໍາຄິດຄໍາເຫັນຕໍ່ກັບການສິດສອນພາສາອັງກິດ ເຊັ້່ນ: ການຮຽນ-ການສອນພາສາ ໜຶ່ງ ສອນໃຫ້ນັກສຶກສາມີຄວາມຮູ້, ສອງ ສອນໃຫ້ນັກສຶກສາມີເຂົ້າໃຈ, ສາມສອນໃຫ້ນັກສຶກສາມີ ສາມາດນໍາໄປໃຊ້ ບວກກັບ ກ່ອນການສອນຄູ-ອາຈນ ຕ້ອງເຮັດຫຍັງແດ່?

1. ກະກ່ຽມບົດສອນ

2. ວາງກິດຈະກໍາໃຫ້ມີຄວາມເໝາະສົມກັບບົດຮຽນ

3. ສືການສອນທີ່ນໍາໃຊ້

4. ໃນບົດຮຽນບົດໜຶ່ງ ຕ້ອງມີຄໍາຖາມ ແກ່ນັກຮຽນ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ