ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/05/2011 12:00:00 am - ການສໍາພາດສົດ ທ່ານ ກຶ່ງ ໄຊຍະສານຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ
ສົ່ງເສີມວິຊາການ


ໃນວັນທີ 5/ 5 / 2011 ຂອງຕອນແລງວັນພະຫັດ ທີ່ຫ້ອງຜູ້ອໍານວຍການວິທະຍາໄລຄູສະຫວັນນະເຂດ ໄດ້ມີການສໍາພາດສົດ ກັບ ຜູ້ອໍານວຍການ ທ່ານ ກຶ່ງ ໄຊຍະສານ ເຊິ່ງເນື້ອໃນຂອງການສໍາພາດ ແມ່ນ ເວົ້າເຖິງ ແຜນການຍົກລະດັບການສຶກສາ ຂອງວິທະຍາໄລຄູສະຫວັນນະເຂດ ແລະ ສໍາພາດໂດຍ ຄູເຝິກທີມີປະສົບການສູງ ດ້ານການສິດສອນ ສອງທ່ານ ຈາກປະເທດ ສິງກະໂປ ເຊິ່ງໃນນັ້ນ ທ່ານ ຜູ້ອໍານວຍການ ຍັງໄດ້ໃຫ້ແນວທາງການປະຕິບັດ ແລະ ຄໍາຄິດຄໍາເຫັນຕື່ມອີກ ເຊັ່ນ: ປະສົບການກ່ຽວ ກັບການສິດສອນຂອງທ່ານ, ການພັດທະນາສະຖາບັນໃຫ້ມີຄຸນນະພາບ, ການຊ່ວຍເຫຼືອວຽກງານວິຊາການ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະ, ການຂຽນພາສາອັງກິດແບບວິຊາການ. ຕໍ່ຈາກນັ້ນ ທີມງານຄູເຝິກ ທັງສອງທ່ານ ແລະ ຄະນະຄູ-ອາຈານພາສາອັງກິດ ສາມທ່ານ ທີ່ຖືກຄັດເລືອກ ໄປເປັນຄູເຝິກ ທີ່ ປະເທດ ສິງກະໂປ ກໍ່ໄດ້ໃຊ້ເວລາຫຼາຍພໍສົມຄວນ ແລະ ກໍ່ໄດ້ຂໍຂອບເອິກຂອບໃຈ ມາຍັງທ່ານຜູ້ອໍານວຍການ ທ່ານ ກຶ່ງ ໄຊຍະສານ ເປັນຢ່າງສູງ ທີ່ສະຫຼະເວລາອັນມີຄ່າຂອງທ່ານ ກັບການໃຫ້ແນວທາງການປະຕິບັດ ແລະ ການສໍາພາດ ພ້ອມທັງອວຍພອນຂໍໃຫ້ທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ