ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



29/04/2011 12:00:00 am - ການຕຽມຕົວກ່ອນວັນເລືອກຕັ້ງ
ວັດຜົນ-ປະເມີນຜົນ


ທ່າມກາງບັນຍາກາດທີ່ປະຊາຊົນລາວທົ່ວປະເທດກຳລັງຕັ້ງໜ້າປະຕິບັດໜ້າທີ່ອັນສຳຄັນ ແລະ ຍິ່ງໃຫຍ່ທີ່ສຸດຂອງ ຊາດອີກຢ່າງໜຶ່ງໃນວັນທີ່ 30 ເມສາ 2011 ນີ້ ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ໄດ້ໝູນວຽນ ຄົບຮອບມາອີກວາລະໜຶ່ງ, ດັ່ງທີ່ທຸກທ່ານຮັບຮູ້ນຳກັນແລ້ວວ່າວັນສຳຄັນທາງປະຫວັດສາດນີ້ຈະໄດ້ຖືກຈັດຂຶ້ນໃນທຸກໆ 5 ປີ

ວິທະຍາໄລຄູສະຫວັນນະເຂດໄດ້ຮັບເປັນກຽດເປັນສູນການປ່ອນບັດທີ່ໃຫຍ່ທີ່ສຸດໃນແຂວງສະຫວັນນະເຂດ. ສະນັ້ນ ທ່ານຮອງຜູ້ອຳນວຍການຝ່າຍກິດຈະກຳນັກສຶກສາ “ທ່ານບຸນຊູ ສຸລິເດດ” ຈຶ່ງໄດ້ນຳພາຄູອາຈານແລະນັກສຶກສາຈຳນວນໜຶ່ງຊ່ວຍກັນ ຈັດຕຽມສະຖານທີ່, ບ່ອນທີ່ໃຊ້ໝາຍເອົາຜູ້ແທນ ແລະ ອື່ນໆ ທີ່ໃຊ້ສຳລັບການປ່ອນບັດເລືອກຕັ້ງ ເຊິ່ງຈະຈັດຂຶ້ນຢູ່ທີ່ສະໂມສອນຂອງ ວິທະຍາໄລຄູສະຫວັນນະເຂດ, ນອກນັ້ນ ທ່ານຜູ້ອຳນວຍການ ວຄສ ກໍ່ຍັງໄດ້ໃຫ້ ໜ່ວຍງານປ້ອງກັນ ເຊິ່ງມີທັງ ຄູອາຈານ ແລະ ນັກສຶກສາຊ່ວຍກັນ ລະມັດລະວັງ ບໍ່ໃຫ້ມີບຸກຄົນແປກໜ້າເຂົ້າມາວົນວຽນ ຫຼື ໃກ້ສະຖານທີ່ດັ່ງກ່າວ ແລະຈັດໃຫ້ມີການຈັດເວນຍາມ ທັງກາງເວັນແລະກາງຄືນ ທັງນີ້ກໍ່ເພື່ອຄວາມປອດໄພຂອງທຸກຄົນໃນມື້ເລືອກຕັ້ງນັ້ນເອງ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ