ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



28/04/2011 12:00:00 am - ພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 125 ປີ
ວັດຜົນ-ປະເມີນຜົນ


ວັນທີ 28/04/2011 ເວລາ 7:30 ໂມງ ທີ່ສະໂມສອນໃຫຍ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ມີພິທີສະເຫຼີມສະຫຼອງວັນກຳມະກອນສາກົນຄົບຮອບ 125 ປີ (1/5/1886 - 1/5/2011).

ເປັນກຽດເຂົ້າຮ່ວມໃນພິທີແມ່ນບັນດາແຂກຈາກຂະແໜງການອື່ນໆມາຮ່ວມເປັນຄະນະປະທານ, ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການໂຮງຮຽນ ພ້ອມດ້ວຍຄະນະ, ບັນດາຄູ-ອາຈານແຕ່ລະຫ້ອງການ ແລະ ນັກສຶກສາ.

ໃນພິທີດັ່ງກ່າວ ທ່ານ ນາງ ແກ້ວລຳຂວັນ ພັກດີວິຈິດ ປະທານກຳມະບານ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຂຶ້ນຜ່ານປະຫວັດມູນເຊື້ອຂອງສະຫະພັນກຳມະບານ, ເຜີຍແຜ່ຜົນງານວຽກງານກຳມະບານທີ່ ວິທະຍາໄລຄູ ສະຫວັນນະເຂດ ເຮັດໄດ້ໃນໄລຍະທີ່ຜ່ານມາ.

ໃນຕອນທ້າຍຂອງພິທີ ໄດ້ມີການມອບຂອງຂວັນໃຫ້ແກ່ສະຫະພັນກຳມະບານໂຮງຮຽນ ໂດຍທ່ານຜູ້ອຳນວຍການ, ຄະນະສະຫະພັນແມ່ຍິງ ແລະ ຄະນະຊາວໜຸ່ມ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ