ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



11/04/2011 12:00:00 am - ພິທີຮັບຂະບວນເຝິກຫັດ(ນັກສຶກສາ 29​ ສູນ ທີ່ມາຈາກສູນຕ່າງໆ ນອກເທດສະບານເມືອງ ໄກສອນ)
ສົ່ງເສີມວິຊາການ


ວັນທີ 8 ເດືອນ ເມສາ ປີ 2011 ຂອງຕອນເຊົ້າວັນສຸກ ເວລາ 8:00 ທີ່ວິທະຍາໄລຄູສະຫວັນນະເຂດ, ໄດ້ມີການຈັດພິທີຮັບຂະບວນເຝີກຫັດ ( ສະຖານທີ:ເດີນສະໂມສອນໃຫຍ່ ) ຂອງນັກສຶກສາ 29 ສູນທີ່ມາຈາກ ສູນຕ່າງໆທີ່ລົງເຝິກຫັດວິຊາຊີບຄູ ນອກເທດສະບານເມືອງ ໄກສອນ ເຊິ່ງເປັນກຽດເຂົ້າຮ່ວມໃນງານຄັ້ງນີ້ ແມ່ນ ມີ ທ່ານ ອາຈານ ບຸນຊູ ສຸລິເດດ ຮອງຜູ້ອໍານວຍການຝ່າຍກິດຈະກໍານັກສຶກສາ ພ້ອມຄະນະ ກໍ່ເປັນກຽດເຂົ້າຮ່ວມ, ພະນັງານຄູ-ອາຈານ ແລະ ນັກສຶກສາທຸກສາຍຮຽນ ກໍ່ໄດ້ເຂົ້າຮ່ວມ.ຍິ່ງໄປກວ່ານັ້ນ ທາງຮອງຜູ້ອໍານວຍການ ທ່ານ ອາຈານ ບຸນຊູ ສຸລິເດດ ແລະ ຄະນະ ກໍ່ຍັງໄດ້ຂື້ນກ່າວຮັບແລະຍ້ອງຍໍຊົມເຊີຍຜົນງານຂອງນັກສຶກສາທີ່ສາມາດຍາດມາໄດ້ ຢ່າງສຸດໃຈ.

ພາຍໃນງານ ແມ່ນມີຄວາມເບີກບານມ່ວນຊືນເຕັມໄປດ້ວຍ ໃບໜ້າອັນຍີ້ມແຍ້ມ ແລະສຽງເພງ-ສຽງດົນຕີ, ການຮ້ອງເພງ, ການຟ້ອນລໍາ, ແລະ ຈຸດເດັ່ນຂອງງານ ກໍ່ແມ່ນພິທີຕ້ອນຮັບ ເອື້ອຍອ້າຍ ທີ່ມາຈາກເຝິກຫັດ ແລະ ການມອບຂອງຕ້ອນຈາກສູນຕ່າງໆຢ່າງເປັນຂະບວນຟົດຟື້ນ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ