ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



01/03/2011 12:00:00 am - ກອງປະຊຸມສຳມະນາ ວຽກງານຂໍ້ມູນ-ຂ່າວສານ, ຕິດຕາມ-ປະເມີນຜົນ ແລະ ກວດກາ-ຮັບປະກັນຄຸນນະພາບ ວິທະຍາໄລຄູປາກເຊ
ວັດຜົນ-ປະເມີນຜົນ


ກອງປະຊຸມສຳມະນາ ວຽກງານຂໍ້ມູນ-ຂ່າວສານ, ຕິດຕາມ-ປະເມີນຜົນ ແລະ ກວດກາ-ຮັບປະກັນຄຸນນະພາບ ທີ່ ວິທະຍາໄລຄູປາກເຊ ໂດຍ ທ່ານ ບຸນເພັງ ສີນຸສິດ ຮອງຜູ້ອຳນວຍການຝ່າຍບໍລິຫານ ເປັນປະທານກອງປະຊຸມ. ເຂົ້າຮ່ວມກອງປະຊຸມໂດຍ ທ່ານ ສົມພາຍ ​ແສ​ງວິ​ໄລ​ສັກ, ຮອງຫົວໜ້າພະແນກປະເມີນຜົນ ກົມສ້າງຄູ, ນັກວິຊາການຈາກກົມສ້າງຄູ ແລະ ຈາກຫ້ອງການວັດຜົນ-ປະເມີນຜົນ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະຫ້ອງການ ແລະ ນັກວິຊາການ ຫ້ອງການວັດຜົນ-ປະເມີນຜົນ ວິທະຍາໄລຄູປາກເຊ.

ກອງປະຊຸມໄດ້ຈັດຂຶ້ນເປັນເວລາ 2 ວັນ ແຕ່ວັນທີ 28 ກຸມພາ - 1 ມີນາ 2011 ເຊິ່ງໄດ້ສົນທະນາ ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ 9 ໜ້າວຽກຫຼັກຂອງ ຫ້ອງການວັດຜົນ-ປະເມີນຜົນຄື: ວຽກງານສະຖິຕິ, ການຄຸ້ມຄອງ-ນຳໃຊ້ຖານຂໍ້ມູນແບບເປີດກ້ວາງຜ່ານເຄືອຂ່າຍ LAN/Internet, ການຄຸ້ມຄອງ-ພັດທະນາເວບໄຊ, ການຄຸ້ມຄອງ-ເກັບມ້ຽນເອກະສານ, ການພັດທະນາ 5 ທັກສະ-ການນຳໃຊ້, ການປະເມີນຜົນຫຼັກສູດການຮຽນ-ການສອນ, ການຄຸ້ມຄອງ-ນຳໃຊ້ເຄືອຂ່າຍ LAN/Internet, ວຽກງານ ICT ແລະ ການກວດກາ-ຮັບປະກັນຄຸນນະພາບພາຍໃນ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດທີ່ເປັນກັນເອງ.

ຫຼັງຈາກກອງປະຊຸມປິດລົງ ທ່ານ ສົມພາຍ ​ແສ​ງວິ​ໄລ​ສັກ, ຮອງຫົວໜ້າພະແນກປະເມີນຜົນ ກົມສ້າງຄູ, ນັກວິຊາການຈາກກົມສ້າງຄູ ຈະສືບຕໍ່ວຽກງານສຳມະນາດັ່ງກ່າວ ທີ່ ວິທະຍາໄລຄູ ສະຫວັນນະເຂດ ໃນວັນທີ 02 - 03 ເດືອນ ມີນາ 2011.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ