13/02/2011 12:00:00 am - ກອງປະຊູມສໍາມະນາ ການຂຽນບົດຂອງນັກສຶກສາປີສຸດທ້າຍ ສາຍພາສາອັງກິດ ພາກຄໍ່າ ແລະ ເສົາທິດ |
ສົ່ງເສີມວິຊາການ![]() ໃນວັນທີ 10/02/2011 ເວລາ 1:30 pm ທີ່ຫ້ອງການພາສາຕ່າງປະເທດ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດກອງປະຊູມສໍາມະນາ ທາງວິຊາການ ໃຫ້ແກ່ຄູທີ່ເປີກສາ ທີ່ສອນພາສາອັງກິດ ກ່ຽວກັບການກວດແກ້ ເນື້ອຫາ, ຮູບແບບການໃຫ້ຄະແນນຂອງການຂຽນບົດ ເຊີ່ງເປັນກຽດເຂົ້າຮ່ວມ ໃນກອງປະຊູມສໍາມະນາ ໃນຄັ້ງນີ້ ມີຄະນະອໍານວຍຝ່າຍ ກິດຈະກໍານັກສຶກສາ ທ່ານ ບຸນຊູ ສຸລິເດດ ເຊິ່ງເປັນປະທານໃນການເປີດ ແລະ ຫົວໜ້າຫ້ອງການສົ່ງເສີມວິຊາການ ທ່ານ ສັງວານຄໍາ ສິງເພັດໄຊບັນຍາ ພ້ອມທັງເປັນວິທະຍາກອນ. ເນື້ອໃນຂອງການສໍາມະນາໃນຄັ້ງນີ້ ແມ່ນໄດ້ເໜັ້ນໃນຫຼາຍບັນຫາເຊັ່ນວ່າ: ການປະເມີນການຂຽນບົດຂອງ ນັກສຶກສາ ແລະ ການຮູບແບບການຂຽນບົດ ແມ່ນຈະໄດ້ແບ່ງອອກເປັນ 2 ຮູບແບບ ລະຫວ່າງ ນັກສຶກສາ ແລະ ພະນັກງານ ທີ່ມາຮຽນຕໍ່ ຈະໄດ້ຂຽນໃນຫົວຂໍ້ທີ່ ແຕກຕ່າງກັນຄື: ພະນັກງານຈະຂຽນກ່ຽວກັບ ໜ້າວຽກຂອງຕົວເອງ, ສ່ວນນັກສຶກສາຈະຂຽນ ໃນຮູບແບບວິຊາການ. ກອງປະຊຸມຄັ້ງນີ້ມີ ສະມາຊິກ ແລະ ວິທະຍາກອນທີ່ເຂົ້າຮ່ວມທັງໝົດ 35 ທ່ານ. |