ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



08/02/2011 12:00:00 am - ການລົງຢ້ຽມຢາມ ວິທະຍາໄລຄູ ສະຫວັນນະເຂດຂອງ ທ່ານລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ
ວັດຜົນ-ປະເມີນຜົນ


ໃນຕອນເຊົ້າຂອງວັນພະຫັດ ວັນທີ 03/02/2011 ຜ່ານມາທີ່ ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດພິທີ ຕ້ອນຮັບການລົງຢ້ຽມຢາມ ໂອ້ລົມ ຂອງທ່ານ ນາງ ແສງເດືອນ ຫຼັາຈັນທະບູນ ລັດຖະມົນຕີຊ່ວຍ ວ່າການ ກະຊວງສຶກສາທິການ, ທ່ານ ດຣ ມີທອງ ສຸວັນວິໄຊ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ, ທ່ານ ອ່ອນຄຳ ອີນທະບົວລີ ຮອງຫົວໜ້າກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ, ເນື່ອງໃນໂອກາດພວກທ່ານ ລົງມາ ເຮັດວຽກຢູ່ແຂວງ ສະຫວັນນະເຂດ ເວົ້າລວມ ເວົ້າສະເພາະແມ່ນເຮັດວຽກຮ່ວມກັບ ຄະນະກວດກາ ພາຍໃນ ຂອງວິທະຍາໄລຄູ ສະຫວັນນະເຂດ ໃນການທາບທາມ ຄະນະບໍລິຫານ ວິທະຍາໄລຄູ ສະຫວັນນະເຂດ ໃນອານາຄົດ ແລະ ທັງເປັນປະທານ ເປີດງານວາງສະແດງຜົນງານຂອງ ກຸ່ມກິດຈະກຳຕ່າງໆ ຂອງນັກສຶກສາ ວິທະຍາໄລຄູ ສະຫວັນນະເຂດ. ໂດຍແມ່ນ ຄະນະພັກ, ຄະນະອຳນວຍການ, ຄູອາຈານພະນັກງານ ທັງໝົດ ແລະ ຕົວແທນ ນັກສຶກສາຈຳນວນໜື່ງເປັນຜູ້ຕ້ອນຮັບ.

ໃນພິທີດັ່ງກ່າວ ເລີ້ມຈາກການປ່ອນບັດທາບທາມ ເພື່ອຄັດເລືອກເອົາຄະນະບໍລິຫານ ວິທະຍາໄລຄູ ສະຫວັນນະເຂດ ໃນອານາຄົດ ແລ້ວຕາມດ້ວຍພິທີ ເປີດງານວາງສະແດງຜົນງານ ຂອງກຸ່ມກິດຈະກຳ ນັກສຶກສາ ແລ້ວຮັບຝັງ ການໂອລົມຂອງທ່ານ ລັດຖະມົນຕີຊ່ວຍວ່າການ ກະຊວງສຶກສາທິການ ແລ້ວພິທີກໍ່ໄດ້ ປິດລົງ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ