ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



01/02/2011 12:00:00 am - ວິທະຍາໄລຄູສະຫວັນນະເຂດ ສຳເລັດສົ່ງນັກສຶກສາຄູປີສຸດທ້າຍລົງເຝິກຫັດວິຊາຊີບ
ກິດຈະກຳນັກສຶກສາ


ໃນຕອນເຊົ້າຂອງວັນ 31 ມັງກອນ 2011 ເວລາ 7 : 30 ນາທີ ທີ່ສະໂມສອນ 40 ປີ ຂອງວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດສົ່ງ ນັກສຶກສາປີສຸດທ້າຍ ລົງເຝິກຫັດ ໂດຍພາຍໃຕ້ ການຊີ້ນຳໆພາ ແລະ ເຂົ້າຮ່ວມຂອງ ຄະນະພັກ, ຄະນະອຳນວຍການ, ຫົວໜ້າຫ້ອງການ, ຄະນະຫ້ອງການ, ຄູ-ອາຈານ ຕະຫຼອດຮອດ ນັກສຶກສາແຕ່ປີ 1 ຮອດປີສຸດທ້າຍ ເຂົ້າຮ່ວມຢ່າງພ້ອມພຽງ

ໃນການຈັດສົ່ງ ນັກສຶກສາລົງເຝິກຫັດ ຄັ້ງນີ້ ແມ່ນລະບົບ 11+3 ແລະ 11+2 ລວມທັງໝົດມີ 43 ສູນ ທີ່ລົງພາຍໃນ 2 ແຂວງຄື : ແຂວງ ຄຳມ່ວນ ແລະ ແຂວງສະຫວັນນະເຂດ. ໃນການຈັດສົ່ງຄັ້ງນີ້ ແມ່ນເຕັມໄປດ້ວມ ຄວາມຮັກແພງ ແລະ ຄວາມອົບອຸ່ນ ຂອງບັນດາຄູ-ອາຈານ ແລະ ນັກສຶກສາ ຮຸ່ນນ້ອງ ມາຄອຍໃຫ້ກຳລັງໃຈ ໃນການລົງເຝິກຫັດຢ່າງຫຼວງຫຼາຍ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ