ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



30/12/2010 12:00:00 am - ການເຝິກອົບຮົມວຽກງານເຍົາວະຊົນ ແລະ ຊາວໝຸ່ມ
ກິດຈະກຳນັກສຶກສາ


ໃນລະຫາງວັນທີ 27-30/12/2010 ຜ່ານມານີ້ ທີ່ສະໂມສອນ ວິທະຍາໄລຄູສະຫວັນນະເຂດ ໄດ້ມີພິທີເປີດການເຝິກອົບຮົມ ວຽກງານເຍົາວະຊົນ ແລະ ຊາວໝຸ່ມ ໃຫ້ແກ່ນັກສຶກສາ ສາຍອະນຸບານ-ປະຖົມ, ສາຍວິທະຍາສາດສັງຄົມ, ສາຍວິທະຍາສາດທໍາມະຊາດ ແລະ ສາຍພາສາຕ່າງປະເທດ ເຊິ່ງມີຈໍານວນເຂົ້າຮ່ວມທັງໝົດ 300 ສະຫາຍ, ຍິງ 185 ສະຫາຍ ໂດຍການເປັນປະທານ ຂອງສະຫາຍ ແສງພອນໄຊ ສີວິໄຊ ຮອງເລຂາບໍລິຫານງານຊາວໝຸ່ມ ແຂວງສະຫວັນນະເຂດ. ນອກນັ້ນ ຍັງມີສະຫາຍ ຈັນສຸດາ ຈັນທິວົງ ຄະນະກໍາມະການ ຊາວໝຸ່ມແຂວງ, ເລຂາຊາວໝຸ່ມ ວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະເຂົ້າຮ່ວມ. ໃນການເຝິກອົບຮົມຄັ້ງນີ້ ນັກສຶກສາໄດ້ຮຽນຮູ້ບົດບາດ ການນໍາພາຂອງພັກ-ລັດ, ບົດບາດການນໍາພາຂອງອົງການຈັດຕັ້ງ ຊາວໝຸ່ມຕໍ່ເຍົາວະຊົນ ແລະ ພິທີຮັບມະຫາຊົນ ເຂົ້າມາເຄື່ອນໄຫວໃນອົງການຈັດຕັ້ງ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ