ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/01/2011 12:00:00 am - ລາຍງານໂຄສະນາອົບຮົມ ກະກຽມເປີດວາງສະແດງຜົນງານສິລະປະກຳ ຂອງນັກສຶກສາ ພາຍໃນ ວຄສ
ຈັດຕັ້ງ-ພະນັກງານ


ສິລະ​ປະ​ບອກ​ຊາດ ມາລະຍາດ​ບອກ​ຕະກຸນ ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ​ນັ້ນ​ບໍ່​ແມ່ນ​ສິລະ​ປະ. ຖ້າ​ຫາກ​ມະນຸດ​ພວກ​ເຮົາບໍ່​ທັນ​ໄດ້​ໄປ​ດັດ​ສ້າງ ຊື່ວ່າ: “ ສິລະ​ປະ​ຊັ້ນ ອັນ​ດຽວ ຫຼື ​ເລັກໜ້ອຍ ລ້ວນ​ແຕ່​ມີຄ່າ​ລ້ຳ ຖ້າ​ເຮົາ​ຮູ້​ຮ່ອນ​ກະທຳ “

​ເພື່ອ​ປະຕິບັດ​ຕາມ​ແຜນ​ພັດທະນາ​ຂອງ​ກະຊວງ​ສຶກສາ​ທິການກໍ່ຄື​ແຜນ​ຂອງ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ​ເພື່ອ​ໃຫ້​ໄປ​ຕາມ​ຈຸດປະສົງ ຕາມ 5 ຫຼັກມູນ​ການ​ສຶກສາ ດັ່ງ​ນັ້ນ, ອີງ​ໃສ່​ທິດ​ນຳ​ຄະນະ​ພັກ ຄະນະ​ອຳນວຍ​ການ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ຈຶ່ງ​ໄດ້​ມອບໝາຍ​ໃຫ້ໜ່ວຍ ງານ​ໂຄສະນາ​ອົບຮົມ ຈັດ​ໃຫ້​ມີ​ການ​ເຝິກອົບຮົມ​ທາງ​ດ້ານ​ສິລະ​ປະກຳ​ໃຫ້​ແກ່​ນັກ​ສຶກສາຄູ​ເພື່ອ​ ກາຍ​ເປັນ​ອາຊີບ​ເສີມ​ໃຫ້​ເຂົາ​ເຈົ້າ​ເຊັ່ນ: ສຳລັບ​ເຕັກ ນິກ​ການ​ຮຽນ-ການ​ສອນມີ ການ​ແກະສະຫຼັກ, ຈາກ​ເສດ​ວັດ​ສະດຸ​ຕ່າງໆ, ການ​ແຕ້ມ​ຮູບ​ລະບາຍ​ສີ, ການ​ປັ້ນຫຼໍ່, ການ​ຖັກ​ແສ່ວ ສຳລັບ​ການ​ເຝິກ ອົບຮົມ​ຄັ້ງ​ນີ້ ມີ​ນັກ​ສຶກສາ​ທັງໝົດ 65 ຄົນ ຍິງ 25 ຄົນ. ​ໃຊ້​ເວລາ​ເຝິກອົບຮົມ​ທັງໝົດ 228 ຊົ່ວ​​ໂມງ. ​ເຊິ່ງດຳ​ເນີນ​ມາ​ເປັນ​ເວລາ 2 ​ເດືອນ. ມາ​ໃນ​ຕົ້ນ​ເດືອນ​ມັງກອນ​ນີ້​ເຫັນ​ວ່າການ​ເຝິກອົບຮົມ​ສຳ​ເລັດ​ຕາມ​ ຄາດໝາຍສາມາດ​ມີ​ຜົນງານ​ດັ່ງ​ນີ້: ​

- ​ແກະສະຫຼັກ​ໄມ້​ໄດ້ 19 ຜົນງານ

- ຮູບ​ແຕ້ມ​ໄດ້ 30 ຜົນງານ

- ຮູບ​ຖັກ​ແສ່ວ​ໄດ້ 20 ຜົນງານ

- ຮູບ​ປັ້ນຫຼໍ່​ໄດ້ 9 ຜົນງານ

ດັ່ງ​ນັ້ນ, ຄະນະ​ຮັບ​ຜິດ​ຊອບ​ຈຶ່ງ​ຂໍ​ຮຽນ​ເຊີນ​ບັນດາ​ທ່ານຜູ້​ທີ່ສົນ​ໃຈ​ເລືອກ​ຊົມ​ ເລືອກ​ຊື້​ໄດ້ທີ່​ຫ້ອງ​ມູນ​ເຊື້ອ​ຂອງ ວຄສ ​ໃນ​ໂມງ​ລັດຖະການ ​ເພື່ອ​ຊື້​ເປັນ​ຂອງຂວັນ​​ເມືອ​ປະດັບ​ເອ້ ​ແລະ ​ເປັນ​ຂອງຂວັນ​ພິ​ເສດ​ສຳລັບ​ຄົນ​ທີ່​ທ່ານ​ຮັກ ​ເຊິ່ງ​ເລີ່​ມ​ແຕ່​ວັນ​ທີ 01 ​ເດືອນ​ມັງກອນ ປີ2011 ​ເຖິງ ວັນ​ທີ 01 ​ເດືອນ ກຸ​ມພາ ປີ 2011.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ