24/07/2017 3:48:07 pm - ພິທີມອບໃບຢັ້ງຢືນແກ່ບັນດາຄູໃໝ່ ທີ່ວິທະຍາໄລຄູສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ການເຝິກອົບຮົມຄູໃໝ່ (ຄູທີ່ຍັງບໍ່ທັນຜ່ານຫຼັກວິຊາຄູ) ໄດ້ດໍາເນີນມາເປັນໄລຍະເວລາ 15 ວັນເຕັມນັບແຕ່ວັນທີ 10-24/7/2017. ເຊິ່ງຜູ້ເຂົ້າຮ່ວມເຝິກອົບຮົມດັ່ງກ່າວນັ້ນກໍມາຈາກຫຼາຍພາກສ່ວນເຊັ່ນ: ຄູອາຈານຈາກວິທະຍາໄລຄູສະຫວັນນະເຂດ, ພະແນກສຶກສາເມືອງ - ແຂວງ, ໂຮງຮຽນປະຖົມ ແລະ ອະນຸບານຕ່າງໆພາຍໃນເທດສະບານເມືອງໄກສອນພົມວິຫານ, ເນື້ອໃນທີ່ໃຊ້ຝຶກອົບຮົມດັ່ງກ່າວປະກອບດ້ວຍ 10 ຫົວຂໍ້ຄື: 1. ການສ້າງແຜນການສອນ ITSME 2. ການພັດທະນາວິຊາຄູ່ມືອາຊີບ 3. ທິດສະດີການຮຽນຮູ້ ແລະ ແຮງຈູງໃຈ 4. ຫຼັກສູດ ແລະ ການວາງແຜນການສອນ 5. ການຈັດການຮຽນ - ການສອນ 6. ການປະເມີນການຮຽນແບບໜ່ວຍກິດ 7. ການວັດ-ປະເມີນຜົນ 8. ການວິໄຈໃນຊັ້ນຮຽນ 9. ການສຶກສາການສອນ 10. ການສ້າງແຟ້ມສະສົມຜົນງານ ດັ່ງນັ້ນ, ເພື່ອເປັນການຢັ້ງຢືນເຖິງຜົນສຳເລັດໃນບັ້ນເຝິກອົບຮົມຄັ້ງນີ້ ທາງວິທະຍາໄລຄູສະຫວັນນະເຂດຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນແກ່ນັກສຳມະນາກອນໃນຕອນບ່າຍຂອງວັນທີ 24/7/2017 ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນເຂດ. |