06/07/2017 4:04:21 pm - ການເປີດການຮຽນ - ການສອນ ພາສາລາວນໍາໃຊ້ໃຫ້ແກ່ ຄູ-ອາຈານ ວິທະຍາໄລຄູ ກວາງຈິ ສສ. ຫວຽດນາມ ແລະ ການເຜີຍແຜ່ຂໍ້ມູນກ່ຽວກັບການຮຽນ-ການສອນວິຊາສະເພາະສາຂາວິຊາຕ່າງໆຢູ່ ວິທະຍາໄລຄູ ກວາງຈິ ສໍາລັບນັກຮຽນທີ່ຈົບມັດທະຍົມປາຍ |
ສົ່ງເສີມວິຊາການ![]() ໃນຕອນເຊົ້າຂອງວັນທີ 3/7/2017 ວິທະຍາໄລຄູສະຫວັນນະເຂດ ໄດ້ຈັດພິທີຕ້ອນຮັບຄະນະຄູ-ອາຈານ ຈາກວິທະຍາໄລຄູ ກວາງຈິ ສສ. ຫວຽດນາມ ຢູ່ທີ່ຫ້ອງປະຊຸມ ວຄສ ກອງປະຊຸມດັ່ງກ່າວ ມີຢູ່ 2 ຈຸດປະສົງຄື: 1. ເປີດການຮຽນ - ການສອນ ພາສາລາວນໍາໃຊ້ໃຫ້ແກ່ ຄູ-ອາຈານ ວິທະຍາໄລຄູ ກວາງຈິ ສສ. ຫວຽດນາມ 2. ປຶກສາຫາລືກ່ຽວກັບການເຜີຍແຜ່ຂໍ້ມູນກ່ຽວກັບການຮຽນ-ການສອນວິຊາສະເພາະສາຂາວິຊາຕ່າງໆຢູ່ ວິທະຍາໄລຄູ ກວາງຈິ ສໍາລັບນັກຮຽນທີ່ຈົບມັດທະຍົມປາຍ. ເຂົ້າຮ່ວມໃນພິທີ ປະກອບມີ 3 ຝ່າຍຄື: 1) ຝ່າຍວິທະຍາໄລຄູສະຫວັນນະເຂດມີ: ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ພ້ອມຄະນະ, ຫົວໜ້າຫ້ອງການສົ່ງເສີມວິຊາການ, ຫົວໜ້າຫ້ອງການວິທະຍາສາດສັງຄົມ ແລະ ນັກວິຊາການ. 2) ຝ່າຍພະແນກສຶກສາທິການ ແລະ ກິລາ ແຂວງ ມີ: ທ່ານ ວິໄນ ສຸຂະລາດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ. 3) ຝ່າຍວິທະຍາໄລຄູ ກວາງຈິ ມີ: ທ່ານ ເຈືອງ ຫູ໊ ດັ໊ງ ຜູ້ອໍານວຍການ ພ້ອມຄະນະ ແລະ ຄູ-ອາຈານທີ່ຈະມາຮຽນພາສາລາວນໍາໃຊ້. ກອງປະຊຸມໄດ້ດໍາເນີນໄປດັ່ງນີ້: ຫຼັງຈາກທີ່ຈັດຕັ້ງພິທີໄດ້ກ່າວຈຸດປະສົງ ແລະ ແຂກເຂົ້າຮ່ວມແລ້ວ ທ່ານ ຜູ້ອໍານວຍການ ວຄສ ໄດ້ຂຶ້ນກ່າວຕ້ອນຮັບ ແລະ ກ່າວເປີດພິທີ, ຈາກນັ້ນ ຜູ້ອໍານວຍການ ວຄ ກວາງຈິ ໄດ້ຂຶ້ນກ່າວຄໍາຂອບໃຈໃນການຕ້ອນຮັບ ແລະ ສະເໜີຊື່ຄະນະຄູ-ອາຈານແຕ່ລະຄົນ ຈາກ ວຄ ຫວຽດນາມທີ່ມາຮ່ວມໃນພິທີ. ໃນວາລະຕໍ່ມາໄດ້ດໍາເນີນການສົນທະນາ ແລະ ປຶກສາຫາລືກ່ຽວກັບການເຜີຍແຜ່ຂໍ້ມູນການໄປຮຽນຫຼັກສູດວິຊາຕ່າງໆຢູ່ ວຄ ກວາງຈິ. ສໍາລັບການຈັດຮຽນ-ການສອນພາສາລາວນໍາໃຊ້ໃຫ້ແກ່ ຄູ-ອາຈານ ຈາກວິທະຍາໄລຄູ ກວາງຈິ ແມ່ນຈະໄດ້ດໍາເນີນໃນລະຫວ່າງວັນທີ 3 – 28/7/2017 ທີ່ ວິທະຍາໄລຄູ ສະຫວັນນະເຂດ. ເຊິ່ງມີຄູ-ອາຈານ ຈາກວິທະຍາໄລຄູ ກວາງຈິ ມາຮຽນທັງໝົດ 5 ທ່ານ, ຍິງ 2 ທ່ານ. ໃນຕອນທ້າຍຂອງກອງປະຊຸມ ທ່ານ ລັດສະໝີ ພະໄຊສີ ຜູ້ອໍານວຍການ ວິທະຍາໄລຄູ ສະຫວັນນະເຂດໄດ້ຂຶ້ນກ່າວຂອບໃຈແຂກ ແລະ ກ່າວປິດພິທີ. ດັ່ງນັ້ນ, ສໍາລັບນັກຮຽນສາມັນທີ່ຈົບມັດທະຍົມປາຍແລ້ວ ໃຜມີຄວາມສົນໃຈຢາກໄປຮຽນຕໍ່ທີ່ ສສ.ຫວຽດນາມ ສົກຮຽນ 2017 – 2018 ສາມາດພົວພັນສອບຖາມຂໍ້ມູນນໍາ ວິທະຍາໄລຄູ ສະຫວັນນະເຂດ ຫຼື ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດໄດ້. |