ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/01/2011 12:00:00 am - ນັກສຶກສາປະລີນຍາໂທຊຸດທີ 5 ໂຄງການ TTEST
ບໍລິຫານ



ຈຳນວນນັກສຶກສາທີ່ເຂົ້າຮ່ວມ

ຈຳນວນນັກສຶກສາທີ່ເຂົ້າຮ່ວມຄົ້ນຄວ້າທັງໝົດ25 ຄົນ, ຍິງ 12 ຄົນໃນນີ້ມີ:

ມາຈາກ ຄະນະສຶກສາສາດມະຫາວິທະຍາໄລແຫ່ງຊາດ ຈຳນວນ 3 ຄົນ, ຍິງ 1 ຄົນ
ມາຈາກ ສ້າງຄູ ດົງຄຳຊ້າງ ຈຳນວນ 4 ຄົນ, ຍິງ 4 ຄົນ
ມາຈາກ ວິທະຍາໄລຄູ ບ້ານເກິນ ຈຳນວນ 2 ຄົນ, ຍິງ 0 ຄົນ
ມາຈາກ ວິທະຍາໄລຄູ ຫຼວງພະບາງ ຈຳນວນ 2 ຄົນ, ຍິງ 1 ຄົນ
ມາຈາກ ສ້າງຄູ ຫຼວງນ້ຳທາ ຈຳນວນ 3 ຄົນ, ຍິງ 2ຄົນ
ມາຈາກ ວິທະຍາໄລຄູ ຄັງໄຂ ຈຳນວນ 1 ຄົນ, ຍິງ 1 ຄົນ
ມາຈາກ ວິທະຍາໄລຄູ ສະຫວັນນະເຂດ ຈຳນວນ 3 ຄົນ, ຍິງ 2 ຄົນ
ມາຈາກ ວິທະຍາໄລຄູ ປາກເຊ ຈຳນວນ 2 ຄົນ, ຍິງ 1 ຄົນ
ມາຈາກ ສ້າງຄູ ສາລະວັນ ຈຳນວນ 2 ຄົນ, ຍິງ 0 ຄົນ
ມາຈາກ ສຶກສາປະຈຳແຂວງ ຊຽງຂວາງ,ບໍລິຄຳໄຊ,ອັດຕະປື ຈຳນວນ 3 ຄົນ, ຍິງ 0 ຄົນ
ການສຶກສາຄົ້ນຄວ້າ ແລະ ສຳມະນາ ຄັ້ງທີ 1

ຜ່ານການສຶກສາຄົ້ນຄ້ວາ ແລະ ສຳມະນາໃນໄລຍເວລາ 26 ວັນ ນັບແຕ່ວັນທີ 1-26/6/2009 ໄດ້ສຶກສາ ແລະ ຄົ້ນຄວ້າໃນຫົວຂໍ້ດັ່ງນີ້:

ທັກສະການນຳໃຊ້ຄອມພີວເຕີ້ ( Microsoft Office Word 2003, Microsoft Excel 2003 PowerPoint& Internet)
ທິດສະດີກ່ຽວກັບການຮຽນຮູ້
ສັງຄົມວິທະຍາການສຶກສາ
ທິດສະດີຫັຼກສູດ
ການປະຕິຮູບການສຶກສາ
ຄວາມຮູ້ກ່ຽວກັບບົດບາດຍິງ ​-​ ຊາຍ
ການສ້າງຄູມືອາຊີບ - ການເຝິກອົບຮົມຄູ

ໃນການຮຽນແຕ່ລະວັນແມ່ນມີການຂຽນບັນທຶກປະຈຳວັນ ແລະ ຂຽນສະທ້ອນຄືນ ຮຽນແຕ່ລະ ຫົວຂໍ້ແມ່ນຕ້ອງໄດ້ຂຽນບົດລາຍງານຫົວຂໍ້ລະ 5 ໜ້າ ການຂຽນບົດລາຍງານທັງໝົດແມ່ນເປັນວຽກ ບ້ານ (ເມືອຂຽນຢູ່ສະຖາບັນໃຜມັນໃນລະຫວ່າງວັນທີ 27/6/2009 – 9/8/2009)

ໄລຍະເວລາໃນການສຶກສາຄົ້ນຄ້ວາ ທັງໝົດຂອງຫັຼກສູດນີ້

ເວລາສຶກສາຄົ້ນຄວ້າ ແລະ ສຳມະນາທັງໝົດ 1ປີ ກັບ 5ເດືອນ ເຂົ້າຮ່ວມສຳມະນາ 7ຄັ້ງ

ເຊິ່ງແຕ່ລະຄັ້ງມີລາຍລະອຽດດັ່ງນີ້:

ວັນທີ 1-26/6/2009 ສຳມະນາຄອມພີວເຕີ້ , ຮຽນທິດສະດີຮູບແບບການຮຽນ-ການສອນ
ວັນທີ 10-14/8/2009 ສຳມະນາຮູບແບບການຮຽນ - ການສອນ
ວັນທີ 12-23/10/2009 ສຳມະນາການເກັບກຳຂໍ້ມູນ, ການຄົ້ນເອກະສານ, ການຂຽນບົດນິພົນ
ວັນທີ 4-29/1/2010 ສຳມະນາການສ້າງເຄື່ອງມືທີ່ກ່ຽວກັບ ວິຊາສະເພາະ,ການສ້າງຫັຼກສູດ, ການພັດທະນາຫັຼກສູດ, ວິທີການຈັດການຮຽນການສອນ, ການວັດ ແລະ ປະເມີນຜົນ
ວັນທີ 15-19/3/2010 ສຳມະນາການຂຽນບົດລາຍງານ ວິຊາສະເພາະ,ການສ້າງຫັຼກສູດ, ການ ພັດທະນາຫັຼກສູດ, ວິທີການຈັດການຮຽນການສອນ, ການວັດ ແລະ ປະເມີນຜົນ
ວັນທີ 31/5-25/6/2010 ສຳມະນາການຂຽນບົດນິພົນ ແລະຄົ້ນຄວ້າເອກະສານ
ວັນທີ 9-20/8/2010 ສະເໜີບົດນິພົນ, ສົນທະນາກ່ຽວກັບບົດນິພົນ ແລະ ພິທີມອບ - ຮັບ ປະກາສະນິຍະບັດ
ເນື້ອໃນຫັຼກສູດ:

ຫັຼກສູດນີ້ ປະກອບມີ 5 ໂມດູນຄື:

ທິດສະດີແລະຮູບແບບການຮຽນ-ການສອນ(Theories and models of teaching and Learning)
ການວິໄຈ ແລະ ວິທີການວິໄຈ ( Methods of Inquiry )
ແນະນຳກ່ຽວກັບການນຳໃຊ້ເອກະສານເຂົ້າໃນການວິໄຈ( Reading Course )
ການອອກແບບການຮຽນການສອນ (Educational design)
ການຂຽນບົດວິທະຍານິພົນ ( Thesis Work )

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ