22/06/2017 11:37:32 am - ການມອບ-ຮັບປະກາສະນີຍະບັດ ທີ່ວິທະຍາໄລຄູ ສະຫວັນນະເຂດ ປະຈໍາສົກຮຽນ 2016 - 2017 |
ສົ່ງເສີມວິຊາການ![]() ອີງຕາມການຕົກລົງເຫັນດີຂອງຄະນະອໍານວຍການ ແລະ ຄະນະຫ້ອງການສົ່ງເສີມວິຊາການ ໃນກອງປະຊຸມຄັ້ງວັນທີ 12/6/2017. ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ຈຶ່ງແຈ້ງການດັ່ງນີ້: 1. ໃນສົກຮຽນ 2016-2017 ວິທະຍາໄລຄູ ສະຫວັນນະເຂດ ຈະບໍ່ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດທີ່ເປັນທາງການ. ດັ່ງນັ້ນ, ຈຶ່ງໃຫ້ນັກສຶກສາຄູປີສຸດທ້າຍຜູ້ທີ່ສຳເລັດການສຶກສາໃນສົກຮຽນດັ່ງກ່າວໄປພົວພັນ ແລະ ຮັບເອົາປະກາສະນີຍະບັດຂອງຕົນນຳຄະນະຮັບຜິດຊອບແຈກຢາຍປະກາສະນີຍະບັດໃນວັນທີ 16/8/2017 ເຊິ່ງຈະແຈກຢາຍເປັນຫ້ອງຂອງໃຜລາວຢູ່ທີ່ສະໂມສອນ 40 ປີ ນັບແຕ່ເວລາ 7:30 ຫາ 16:30.(ຖ້າວ່າຜູ້ກ່ຽວມີວຽກຈໍາເປັນ ມາຮັບປະກາສະນີຍະບັດຂອງຕົນໃນເວລາທີ່ກຳນົດບໍ່ໄດ້ ແມ່ນໃຫ້ມາພົວພັນເອົາທີ່ຫ້ອງການສົ່ງເສີມວິຊາການບໍ່ໃຫ້ກາຍວັນທີ 30/8/2017) 2. ໃນການໄປພົວພັນຮັບເອົາປະກາສະນີຍະບັດແມ່ນໃຫ້ໄປດ້ວຍຕົນເອງພ້ອມດ້ວຍບັດນັກສຶກສາ, ນຸ່ງເຄື່ອງຕາມລະບຽບນັກສຶກສາຄູ ວິທະຍາໄລຄູ ສະຫວັນນະເຂດ. ກ່ອນເຊັນຮັບເອົາປະກາສະນີຍະບັດຂອງຕົນຕ້ອງກວດເບິ່ງຄວາມຖືກຕ້ອງຂອງຂໍ້ມູນໃນປະກາສະນີຍະບັດ ແລະ ໃບຄະແນນ ເຊັ່ນ: ຊື່ ແລະ ນາມສະກຸນ(ພາສາລາວ ແລະ ພາສາອັງກິດ), ວັນເດືອນປີເກີດ, ບ້ານເກີດ, ເມືອງເກີດ ແລະ ແຂວງເກີດ. ຖ້າຖືກຕ້ອງແລ້ວຈຶ່ງເຊັນຮັບເອົາ. 3. ໃນກໍລະນີນັກສຶກສາເຫັນວ່າຂໍ້ມູນໃນປະກາສະນີຍະບັດ ແລະ ໃບຄະແນນຂອງຕົນບໍ່ຖືກຕ້ອງຕາມຄຳຮ້ອງຂອງຕົນໃຫ້ຜູ້ກ່ຽວສະເໜີຕໍ່ຜູ້ຢາຍປະກາສະນີຍະບັດຮັບຊາບແລ້ວໃຫ້ໄປພົວພັນນຳຄະນະຮັບຜິດຊອບໜ່ວຍງານວັດຜົນປະເມີນຜົນ ແລະ ອອກປະກາສະນີຍະບັດທີ່ຫ້ອງການສົ່ງເສີມວິຊາການເພື່ອແປງຂໍ້ມູນໃຫ້ຖືກຕ້ອງແລ້ວຈຶ່ງມາພົວພັນຮັບເອົາຕາມທີຫຼັງເຊິ່ງກຳນົດໄປພົວພັນແປງຂໍ້ມູນຂອງປະກາສະນີຍະບັດ ແລະ ໃບຄະແນນແມ່ນບໍໃຫ້ກາຍສົກຮຽນ 2016-2017(ບໍ່ໃຫ້ກາຍ ວັນທີ 31/9/2017). ຖ້າກາຍເວລາທີ່ໄດ້ກໍານົດໄວ້ ວິທະຍາໄລຄູ ສະຫວັນນະເຂດຈະບໍ່ຮັບຜິດຊອບພິຈາລະນາ. ໝາຍເຫດ: ການອອກປະກາສະນີຍະບັດ ແລະ ໃບຄະແນນແມ່ນອອກໃຫ້ພຽງຄັ້ງດຽວຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງຕ້ອງຮັກສາປະກາສະນີຍະບັດ ແລະ ໃບຄະແນນບໍ່ໃຫ້ຕົກເຮ່ຍເສຍຫາຍ. ໃນກໍລະນີເຮັດປະກາສະນີ ຍະບັດ ແລະ ໃບຄະແນນເສຍຫາຍ ວິທະຍາໄລຄູ ສະຫວັນນະເຂດຈະບໍ່ອອກປະກາສະນີຍະບັດ ແລະ ໃບຄະ ແນນໃຫ້ອີກເປັນຄັ້ງທີສອງ ແຕ່ຈະອອກເປັນໃບຢັ້ງຢືນການສຶກສາແທນ. ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ປະຕິບັດ. |