31/05/2017 4:38:50 pm - ພິທີປະຖະກະຖາໃນ 2 ຫົວຂໍ້ກ່ຽວກັບ "ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ" ແລະ "ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ" ທີ່ວິທະຍາໄລຄູສະຫວັນນະເຂດ. |
ວັດຜົນ-ປະເມີນຜົນ![]() ການເລົ່າຄືນກ່ຽວກັບຄວາມເປັນມາຂອງປະຫວັດສາດລາວຖືວ່າເປັນເລື່ອງທີ່ສຳຄັນສຳລັບ ຄົນລຸ້ນໃໝ່ຈະຕ້ອງໄດ້ຮຽນຮູ້. ສະນັ້ນ, ໃນຕອນບ່າຍວັນທີ 31 ເດືອນພຶດສະພາ ປີ 2017 ທາງວິທະຍາໄລຄູສະຫວັນນະເຂດໄດ້ຈັດພິທີຮັບຟັງປາຖະກະຖາໃນ 2 ຫົວຂໍ້ກ່ຽວກັບ: ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ແລະ ວັນເຊັນສົນທິສັນຍາມິດຕະພາບ - ການຮ່ວມມື ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ 18.7.1977 ແລະ 5.9.1962 ໂດຍການເປັນປະທານຂອງ ທ່ານ ທອງເຄນ ຄຳສຸກຖາວົງ ຮອງຜູ້ອຳນວຍການຝ່າຍສົ່ງເສີມວິຊາການ ວິທະຍາໄລຄູສະຫວັນນະເຂດ. ໃນພິທີດັ່ງກ່າວມີຄູອາຈານແຕ່ລະຫ້ອງການ ແລະ ນັກສຶກສາທັງ 4 ສາຍຮຽນຈໍານວນ 300 ກວ່າຄົນເຂົ້າຮ່ວມຟັງ. |