ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



02/01/2011 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ຈັດໃຫ້ມີພິທີເຊັນສັນຍາ ພົວພັນຮ່ວມມື ທາງດ້ານວິຊາການ ແລະ ວັດທະນະທຳ ກັບ ວິທະຍາໄລຄູ ກວາງຈິ ສສຫວຽດນາມ
ວັດຜົນ-ປະເມີນຜົນ


ເພື່ອປະຕິບັດຕາມແຜນການຮ່ວມມື ພົວພັນກັບສາກົນ ເພື່ອຈຸດປະສົງ ພັດທະນາການສຶກສາເວົ້າລວມ ເວົ້າສະເພາະ ການຮຽນ-ການສອນ ພາຍໃນ ວິທະຍາໄລຄູ ສະຫວັນນະເຂດ. ຈື່ງໄດ້ສືບຕໍ່ ປະຕິບັດສັນຍາ ໂດຍຈັດການທົບທວນຄືນ ຜົນງານ ການຮ່ວມມື ລະຫວ່າງ ວິທະຍາໄລຄູ ກວາງຈິ ສສຫວຽດນາມ ກັບວິທະຍາໄລຄູ ສະຫວັນນະເຂດ ໃນສົກຮຽນທີ່ຜ່ານມາ ແລະ ສືບຕໍ່ຫວ່າງແຜນການ, ເຊັນສັນຍາຮ່ວມມື ກັນກ່ຽວກັບການແລກປ່ຽນ ບົດຮຽນທາງວິຊາການ ແລະ ທາງດ້ານວັດທະນະທຳ ໃນສົກໃຫມ່ 2010-2011 ຂື້ນ. ໂດຍໃນພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນ ສຸກ ທີ 31/12/2010 ຜ່ານມານີ້ ມີຜູ້ເຂົ້າຮ່ວມເພື່ອເປັນ ສັກຂີພະຍານ ຫຼາຍສົມຄວນ, ທາງຝ່າຍລາວມີ ທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມດ້ວຍຮອງອຳນວຍການທັງ 3 ທ່ານ, ຄະນະຫ້ອງການຕ່າງໆ ພາຍໃນ ວິທະຍາໄລຄູ ສະຫວັນນະເຂດ. ທາງຝ່າຍຫວຽດນາມມີ ທ່ານ ນາງ ເລທິຊວນລຽນ ຜູ້ອຳນວຍການ ວິທະຍາໄລຄູ ກວາງຈິ ສສຫວຽດນາມ, ທ່ານ ຫົວໜ້າຫ້ອງການ ທຳມະຊາດ, ທ່ານ ຫົວໜ້າຫ້ອງການ ວິທະຍາສາດສັງຄົມ, ທ່ານ ຫົວໜ້າໜ່ວຍງານພົວພັນຕ່າງປະເທດ ແລະ ນັກສະແດງ ສີລະປະ ຈຳນວນໜື່ງ ແລະ ມີສັກຂີພະຍານ ກຽດຕິມະສັກ ຈາກກົງສູນຫວຽດນາມປະຈຳ ສະຫວັນນະເຂດ 1 ທ່ານ ແລະ ຈາກພະແນກພົວພັນ ຕ່າງປະເທດແຂວງ ສະຫວັນນະເຂດ 1 ທ່ານເຂົ້າຮ່ວມ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ