22/01/2016 4:01:24 pm - ກອງປະຊຸມພັດທະນາປຶ້ມຄູ່ມືການບໍລິການຄຸ້ມຄອງ ແລະ ປະຕິບັດການໃນຫ້ອງທົດລອງວິທະຍາສາດທຳມະຊາດ ຈັດທີ່ວິທະຍາໄລຄູສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ກອງປະຊຸມພັດທະນາປຶ້ມຄູ່ມືການບໍລິການຄຸ້ມຄອງ ແລະ ປະຕິບັດການໃນຫ້ອງທົດລອງວິທະຍາສາດທຳມະຊາດ(ວິຊາເຄມີ, ຊີວະ ແລະ ຟີສິກ) ຈັດທີ່ວິທະຍາໄລຄູສະຫວັນນະເຂດ ໃນວັນທີ 18/01/2016 ໂດຍການເປັນປະທານຂອງທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ, ທ່ານ ນາງ ໃສຊົມຊື່ນ ໂພທິສານ ຮອງຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ ແລະ ການເຂົ້າຮ່ວມຂອງ ພະນັກງານວິຊາການຈາກກົມສ້າງຄູ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ມະຫາສາລະຄາມ ແລະ ວິທະຍາໄລຄູ 8 ແຫ່ງໃນທົ່ວປະເທດ ລວມທັງໝົດ 61 ທ່ານ. ກອງປະຊຸມດັ່ງກ່າວໄດ້ຄົ້ນຄວ້າກ່ຽວກັບການພັດທະນາປຶ້ມຄູ່ມືການບໍລິການຄຸ້ມຄອງ ແລະ ປະຕິບັດການໃນຫ້ອງທົດລອງເຄມີສາດ, ຟີສິກສາດ ແລະ ຊີວະສາດ, ກອງປະຊຸມໄດ້ດຳເນີນມາດ້ວຍບັນຍາກາດອັນເຄັ່ງຮ້ອນ ຈົນຮອດວັນທີ 22/01/2016 ຈິ່ງໄດ້ປິດລົງດ້ວຍຜົນສຳເລັດຢ່າງສົມບູນ |