22/01/2016 3:28:58 pm - ກອງປະຊຸມລົງຕິດຕາມ ແລະ ປະເມີນຜົນແຜນດຳເນີນງານສ້າງຄູແຕ່ປີ 2011 9 2015 ຈັດທີ່ວິທະຍາໄລຄູສະຫວັນນະເຂດ |
ວັດຜົນ-ປະເມີນຜົນ![]() ກອງປະຊຸມລົງຕິດຕາມ ແລະ ປະເມີນຜົນແຜນດຳເນີນງານສ້າງຄູແຕ່ປີ 2011 - 2015 ຈັດທີ່ວິທະຍາໄລຄູສະຫວັນນະເຂດ ແຕ່ວັນທີ 13 - 17/01/2016 ໂດຍການເປັນປະທານ ຂອງທ່ານ ນາງ ວາລະດຸນ ອາມະລະທິທາດາ ຮອງຫົວໜ້າກົມສ້າງຄູ ແລະ ເປັນກຽດເຂົ້າຮ່ວມ ໃນພິທີມີທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍ ພະນັກງານວິຊາການຈາກ ວິທະຍາໄລຄູສະຫວັນນະເຂດ, ວິທະຍາໄລຄູປາກເຊ, ວິທະຍາໄລຄູສາລະວັນ, ມະຫາວິທະຍາໄລສະຫວັນນະເຂດ ແລະ ຈາກພະແນກສຶກສາທິການ ແລະ ກິລາແຂວງ. ຫຼັງຈາກໄດ້ຮັບຟັງ ການທົບທວນຄືນຄວາມເປັນມາຂອງການຕິດຕາມປະເມີນຜົນການສ້າງຄູ ແລະ ໃຫ້ທິດຊີ້ນຳຈາກ ທ່ານ ຮອງຫົວໜ້າກົມສ້າງຄູ ກອງປະຊຸມໄດ້ດຳເນີນການຄົ້ນຄວ້າ, ສົນທະນາກ່ຽວກັບວຽກງານດັ່ງກ່າວ ແລະ ໄດ້ປິດລົງດ້ວຍຜົນສຳເລັດໃນວັນທີ 17/01/2016 |