ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



30/12/2015 2:27:28 pm - ວິທະຍາໄລຄູສະຫວັນນະເຂດ ເປີດກອງປະຊຸມສະພາວິຊາການ ປະຈຳພາກຮຽນ I ສົກຮຽນ 2015 - 2016
ວັດຜົນ-ປະເມີນຜົນ


ໃນວັນທີ 28 ທັນວາ 2015 ທີ່ຫ້ອງປະຊຸມ ວິທະຍາໄລຄູສະຫວັນນະເຂດໄດ້ຈັດກອງປະຊຸມ ສະພາວິຊາການຂຶ້ນຢ່າງເປັນທາງການ
ພາຍໃຕ້ການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ເລຂາພັກ ຮາກຖານ ທັງເປັນຜູ້ອຳນວຍການ ວິທະຍາໄລຄູສະຫວັນນະເຂດ
ພ້ອມດ້ວຍຄະນະ ແລະ ບັນດາຄະນະຫ້ອງການ, ຄະນະໜ່ວຍງານ, ພະນັງງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມໄດ້ທົບທວນຄືນລະບຽບວິຊາການທີ່ກ່ຽວຂ້ອງກັບການສອບເສັງ, ການລົງເຝິກຫັດວິຊາຊີບ ແລະ ໄດ້ຄົ້ນຄວ້າກ່ຽວກັບ
ນັກສຶກສາທີ່ບໍ່ມີເງື່ອນໄຂໃນການສອບເສັງ. ກອງປະຊຸມໄດ້ເປັນເອກະພາບໃນການປະຕິບັດລະບຽບກ່ຽວກັບນັກຮຽນຈຳນວນໜ້ອຍ
ໜຶ່ງທີ່ບໍມີສິດສອບເສັງໃນບາງວິຊາ, ຄ້າງຫ້ອງ ແລະ ໝົດສະຖານະພາບຄວາມເປັນນັກສຶກສາ. ທັງນີ້ກໍເພື່ອເປັນການປະຕິບັດຕາມແຜນ
ການດຳເນີນວຽກງານວິຊາການ ແລະ ຮັກສາໄວ້ເຊິ່ງລະບຽບ ຫຼັກການ ຂອງວິຊາການ. ພ້ອມນີ້ກໍຍັງໄດ້ຮັບຟັງການເຜີຍແຜ່ກ່ຽວກັບແຜນ
ການປະຕິບັດວຽກງານສົ່ງເສີມວິຊາການພາກຮຽນທີ II ໂດຍຫຍໍ້ຈາກທ່ານຫົວໜ້າຫ້ອງການສົ່ງເສີມວິຊາການ.

ໃນຕອນທ້າຍ ທ່ານຜູ້ອຳນວຍການກໍໄດ້ມີຄຳເຫັນ ແລະ ໄດ້ເນັ້ນໜັກບາງບັນຫາທີ່ສຳຄັນຄື:
1. ຄູທຸກຄົນ ຕ້ອງເອົາໃຈໃສ່ໃນການປະຕິບັດລະບຽບຂອງການຮຽນ - ການສອນ ຢ່າງເຄັ່ງຄັດ.
2. ການຂຶ້ນຫ້ອງສອນຂອງຄູຕ້ອງໃຫ້ກົງຕໍ່ເວລາ ແລະ ເຕັມເວລາ ຢ່າງແທ້ຈິງ.
3. ຄູທຸກຄົນຕ້ອງມີຫົວຄິດປະດິດສ້າງໃນການປະຕິບັດວຽກງານວິຊາການເພື່ອໃຫ້ໄດ້ຮັບໝາກຜົນອັນຈົບງາມ.

ພິທີດັ່ງກ່າວໄດ້ປິດລົງຢ່າງເປັນທາງການໃນເວລາ 16:00 ນາທີ ຂອງວັນນັ້ນເອງ.

ລາຍງານໂດຍ: ຫ້ອງການ ວັດຜົນ-ປະເມີນຜົນ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ