ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



14/12/2010 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ເປີດບັ້ນຮຽນການເມືອງໃຫ້ກັບສະມາຊິກພັກ ພາຍໃນສະຖາບັນ
ວັດຜົນ-ປະເມີນຜົນ


ໃນຕອນບ່າຍຂອງວັນທີ 7-9/12/2010 ທີ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີການສຶກສາອົບຮົມ ການເມືອງແນວຄິດ ໃຫ້ກັບສະມາຊິກພັກ ສົມບູນ, ສຳຮອງ ແລະ ມະຫາຊົນກ່າວໜ້າ ຈຳນວນໜື່ງ ໃນມື້ທຳອິດ ໂດຍການເປັນປະທານຂອງທ່ານ ບຸນຊູ ສຸລິເດດ ຮອງເລຂາພັກຮາກຖານ ວິທະຍາໄລຄູ ສະຫວັນນະເຂດ ພ້ອມຄະນະ, ເລຂາໜ່ວຍພັກທັງ 6 ໜ່ວຍ, ຫົວໜ້າຈຸ ແລະ ສະມາຊິກພັກສົມບູນ, ສຳຮອງ ຫຼາຍກວ່າ 76 ສະຫາຍ. ໂດຍໄດ້ຜ່ານເອກະສານຢູ່ 4 ສະບັບຄື: ການນຳພາ ແລະ ການຄຸ້ມຄອງຈັດຕັ້ງປະຕິບັດມະຕິ VIII ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ່ 6, ປັບປຸງຄຸນທາດການເມືອງ ແລະ ຄຸນສົມບັດສີນທຳປະຕິວັດ, ປັບປຸງແບບແຜນການນຳພາຂອງພັກ, ກົນອຸບາຍ-ຍຸດທະສາດ ການຫັນປ່ຽນ ໂດຍສັນຕິ ຂອງອິດທິກຳລັງ ຈັກກະພັດ. ໂດຍຜ່ານການສຶກສາຄົ້ນຄວ້າເປັນເວລາ 3 ວັນພົມວ່າບັນດາສະຫາຍ ສະມາຊິກພັກແມ່ນ ມີຄວາມເຂົ້າໃຈ ແລະ ຊາບຊື່ມໂດຍສະແດງອອກໃນການ ສົນທະນາແລກປ່ຽນຄວາມຄິດ ຄວາມເຫັນໃນກອງປະຊຸມ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ