ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



04/12/2015 9:47:40 am - ວິທະຍາໄລຄູສະຫວັນນະເຂດ ເປີດກອງປະຊຸມເຝິກອົບຮົມການວິໄຈ ປະຈໍາສົກຮຽນ 2015 - 2016
ພັດທະນາຄູ


ໃນເວລາ 08 ໂມງ 35 ນາທີ ຂອງວັນຈັນ ວັນທີ 30/11/2015 ຫ້ອງການພັດທະນາຄູ ວິທະຍາໄລຄູສະຫວັນນະເຂດ ໄດ້ເປີດກອງປະຊຸມເຝິກອົບຮົມ ການດຳເນີນວຽກງານວິໄຈ ໃນ ວຄສ, ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຜູ້ອໍານວຍການຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ
ແລະ ມີບັນດາຄະນະຮັບຜິດຊອບກອງປະຊຸມ, ວິທະຍາກອນ ແລະ ສໍາມະນາກອນທີ່ມາຈາກ 10 ຫ້ອງການພາຍໃນ ວຄສ ຈໍານວນທັງໝົດ 40 ທ່ານ, ຍິງ 25 ທ່ານ. ການເຝິກອົບຮົມໃນຄັ້ງນີ້ໄດ້ດໍາເນີນຢູ່ 2 ວັນ ເລີ່ມແຕ່ວັນທີ 30/11-01/12/2015. ໃນກອງ
ປະຊຸມດັ່ງກ່າວສໍາມະນາກອນໄດ້ທົບທວນກ່ຽວກັບເນື້ອໃນ ແລະ ວິທີປະຕິບັດການວິໄຈໃນຊັ້ນຮຽນ (Acton Research) ໂດຍເນັ້ນໃສ່ທັກສະພື້ນຖານຄື: ຮອບວຽນການວິໄຈ, ການສ້າງເຄື່ອງມືໃນການເກັບກຳຂໍ້ມູນ, ທິດສະດີ ແລະ ເອກະສານທີ່ກ່ຽວຂ້ອງ, ການວິເຄາະຂໍ້ມູນ ແລະ ໂຄງປະກອບຂອງບົດລາຍງານການວິໄຈພາກປະຕິບັດ.



ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ