ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/10/2015 1:07:58 pm - ພິທີປະກາດການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ
ວັດຜົນ-ປະເມີນຜົນ


ພິທີປະກາດການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ
ຊຸດທີ IX ຄັ້ງວັນທີ 15-16 ກັນຍາ 2015
ໃນຕອນເຊົ້າຂອງວັນທີ 9 ກັນຍາ 2015 ສະຫະພັນແມ່ຍິງແຂວງສະຫວັນນະເຂດ ໄດ້ປະກາດການຈັດຕັ້ງຂອງສະຫະພັນແມ່ຍິງແຂວງຂຶ້ນ ທີ່ຫໍວັດທະນະທຳໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍແມ່ນ ທ່ານ ຫວັນຄຳ ອິນທິຈັກ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີບັນດາທ່ານໃນຄະນະກຳມະການພັກແຂວງ, ຄະນະສະຫະພັນແມ່ຍິງແຂວງ ພ້ອມດ້ວຍຜູ້ແທນແມ່ຍິງຈາກ 15 ຕົວເມືອງເຂົ້າຮ່ວມ 400 ກວ່າທ່ານ.
ໃນພິທີຄັ້ງນີ້,ທ່ານ ໂອລີວັນ ຈະເລີນວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ.ໃນນີ້ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ວ່າດ້ວຍການແຕ່ງຕັ້ງ ປະທານຄະນະບໍຫານງານສະຫະພັນແມ່ຍິງແຂວງສະຫວັນນະເຂດ ສະບັບເລກທີ 520/ສສຍລ, ລົງວັນທີ 8 ກັນຍາ 2015. ໃນນີ້, ປະທານສູນກາງສະຫະພັນແມ່ຍິງລາວເຫັນດີຕົກລົງ ແຕ່ຕັ້ງທ່ານ ນາງ ສີສະຫວັດ ໂຄດທະວົງສາ ຮອງເລຂາພັກເມືອງ ຮອງເຈົ້າເມືອງ ເມືອງໄຊບູລີ ເປັນປະທານສະຫະພັນແມ່ຍິງແຂວງສະຫວັນນະເຂດ.
ແລະໃນກອງປະຊຸມການຈັດຕັ້ງສະຫະພັນແມ່ຍິງແຂວງສະຫວັນນະເຂດ ຄັ້ງວັນທີ 15-16 ກັນຍາ 2015 ນີ້ໃນບັນດາລາຍຊື່ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງນີ້ກໍ່ມີຕົວແທນຈາກວິທະຍາໄລຄູສະຫວັນນະເຂດ 01 ທ່ານ ມີຊື່ຕິດໃນຄະນະບໍລິຫານງານສະຫະພັນແມ່ຍິງແຂວງຄັ້ງນີ້ ນັ້ນກໍ່ແມ່ນ ສະຫາຍ ໃສຊົມຊື່ນ ໂພທິສານ ຮອງເລຂາພັກຮາກຖານ ປະທານ ສະຫະພັນແມ່ຍິງ ວິທະຍາໄລຄູ ສະຫວັນນະເຂດ ທັງເປັນຮອງຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ. ຈາກຜົນດັ່ງກ່າວຖືວ່າເປັນຜົນງານທີ່ໜ້າຊົມເຊີຍ ແລະ ທັງເປັນໜ້າເປັນຕາໃຫ້ວິທະຍາໄລຄູສະຫວັນນະເຂດ ເພື່ອຊີ້ນຳວຽກງານສະຫະພັນແມ່ຍິງໃຫ້ມີຄວາມກ້າວໜ້າ ແລະເປັນແບບຢ່າງທີ່ດີພາຍໃນແຂວງສະຫວັນນະເຂດເຮົາ.
ລາຍງານໂດຍ: ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ