ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



13/05/2014 6:48:50 pm - ເຊັນສັນຍາແລ້ວ MOU ເສັ້ນທາງລົດໄຟຟ້າ ສະຫວັນນະເຂດ-ລາວບາວ ແລະ ມີການລົງມືກໍ່ສ້າງ ໃນວັນທີ 17/12/2013
ວັດຜົນ-ປະເມີນຜົນ


ເຊັນສັນຍາແລ້ວ MOU ເສັ້ນທາງລົດໄຟຟ້າ ສະຫວັນນະເຂດ-ລາວບາວ ແລະ ມີການລົງມືກໍ່ສ້າງ ໃນວັນທີ 17/12/2013
ນັກລົງທຶນມາເລເຊຍຈະສຳຫລວດ ແລະ ອອກແບບຄວາມເປັນໄປໄດ້ໃນໂຄງການເສັ້ນທາງລົດໄຟຟ້າຄວາມໄວສູງ 220 ກິໂລແມັດ ຈາກສະຫວັນນະເຂດ ເຖິງຊາຍແດນລາວບາວດ້ວຍທຶນທັງຫມົດ 3 ຕື້ໂດລາສະຫະລັດ.
ການລົງນາມເຊັນບົດບັນທຶກ (MOU) ລະຫວ່າງລັດຖະບານລາວ ກັບບໍລິສັດໄຈແອນ ກຣຸບຈຳກັດ (Giant Group L.T.D) ຈາກ ປະເທດມາເລເຊຍ ໄດ້ມີຂຶ້ນໃນວັນທີ 10 ພະຈິກທີ່ໂຮງແຮມໂນໂວເທລ.
ຕາງຫນ້າຝ່າຍລາວຮ່ວມລົງນາມ ໂດຍທ່ານເພັດສະຫມອນ ວິຣະພັນ ຮອງຫົວຫນ້າກົມແຜນການ ແລະຮ່ວມມືກະຊວງໂຍທາທິການ ແລະຂົນສົ່ງ, ຕາງຫນ້າຝ່າຍບໍລິສັດທ່ານ ມູຮາມັດ ຟາລາບິນ ມູຮາມັດຟາສະວີ, ຮອງປະທານບໍລິສັດໄຈແອນ ກຣຸບ ຈຳກັດ ໂດຍການ ເປັນສັກຂີພິຍານຂອງທ່ານ ສີທອງ ທອງແກ້ວ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງ.
ຫລັງຈາກເຊັນບົດບັນທຶກສະບັບນີ້ ບໍລິສັດໄຈແອນກຣຸບ ຈຳກັດ ຈະເລີ່ມລົງມືສຳຫລວດ ແລະ ອອກແບບທັນທີ ໂດຍຈະຄັດເລືອກ ເອົາບໍລິສັດ 2-3 ບໍລິສັດ ຈາກຕ່າງປະເທດທີ່ມີປະສົບການພຽງພໍ ແລະ ສາມາດຮັບເງື່ອນໄຂຂອງບໍລິສັດໄຈ ແອນກຣຸບ ຈະເປັນຜູ້ມາ ສຳຫລວດ.
ການສຳຫລວດດັ່ງກ່າວ ຈະໃຊ້ເວລາ 2 ປີ ເພື່ອປະເມີນຜົນກະທົບ ແລະ ຄວາມເປັນໄປໄດ້ ແລ້ວຈະສະເຫນີຕໍ່ລັດຖະບານລາວໃນ ຂັ້ນຕໍ່ໄປເພື່ອອະນຸມັດການລົງທຶນດັ່ງກ່າວ ຖ້າຫາກມີຄວາມເປັນໄປໄດ້ຈະໃຊ້ເວລາກໍ່ສ້າງທັງຫມົດ 8 ປີ. ການລົງທຶນຂອງບໍລິສັດນີ້ເປັນ ການລົງທຶນດ້ວຍຮູບການສຳປະທານໃນເບື້ອງຕົ້ນ 25 ປີ.
ການລົງທຶນດັ່ງກ່າວ ຈະມີມູນຄ່າເຖິງ 3 ຕື້ໂດລາສະຫະລັດ ເພື່ອໃຊ້ເຂົ້າໃນການສຳຫລວດ, ອອກແບບ ແລະ ການກໍ່ສ້າງ ຫລືຈົນ ສຳເລັດໂຄງການ. ໂຄງການນີ້ ຈະເລີ່ມຈາກສະຫວັນນະເຂດເຖິງຊາຍແດນລາວບາວ ລວມມີໄລຍະເສັ້ນທາງ ທັງຫມົດ 220 ກິໂລແມັດ ໃນລະບົບເສັ້ນທາງລົດໄຟຟ້າຄວາມໄວສູງ 1,435 ແມັດ.
ການລົງທຶນກໍ່ສ້າງເສັ້ນທາງລົດໄຟຟ້ານີ້ ຈະຜ່ານເມືອງໄກສອນພົມວິຫານ, ເມືອງອາດສະພັງທອງ ແລະ ເຂດເສດຖະກິດພິເສດສະ ຫວັນນະ-ເຊໂນ ໂດຍມີເປົ້າຫມາຍເຊື່ອມເຂົ້າສອງປະເທດຄື: ໄທ ແລະສສ ຫວຽດນາມ ໂດຍຈຸດທຳອິດຈະເຊື່ອມຕໍ່ຂົວມິດຕະພາບແຫ່ງ ທີ 2 ລະຫວ່າງສະຫວັນນະເຂດ (ລາວ) ກັບຈັງຫວັດມຸກດາຫານ (ໄທ) ແລະ ຈຸດທີສອງເຊື່ອມຫາຊາຍແດນລາວບາວໂດຍມີຈຸດຫມາຍ ປາຍທາງສິ້ນສຸດທີ່ທ່າເຮືອດານັງ ສສ ຫວຽດນາມ.
ໂຄງການນີ້ ເປັນໂຄງການບຸລິມະສິດຂອງລັດຖະບານລາວ ທີ່ຈະພັດທະນາເສດຖະກິດໃນແລວຕາເວັນອອກ-ຕາເວັນຕົກ ລວມເຖິງ ແຜນຈະພັດທະນາໃຫ້ປະເທດລາວກາຍເປັນປະເທດຈຸດສູນກາງສຳຄັນໃນການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານລະຫວ່າງປະເທດ ລວມ ທັງນັກທ່ອງທ່ຽວໃນອະນຸພາກພື້ນອາຊີຕາເວັນອອກສຽງໃຕ້ ໃນອະນາຄົດ ເພື່ອປ່ຽນບົດບາດຈາກປະເທດທີ່ບໍ່ມີທາງອອກສູ່ທະເລ (Land Lock country) ເປັນດິນແດນແຫ່ງການເຊື່ອມຕໍ່ (Land Linked country) ຢ່າງສົມບູນ.
ຢ່າງໃດກໍ່ດີ ການເຊັນສັນຍາສະບັບນີ້ ໂດຍມີເປົ້າຫມາຍຈະສ້າງເສັ້ນທາງລົດໄຟຟ້າຄວາມໄວສູງນັບວ່າເປັນສະບັບທີ 2 ໃນປະຫວັດ ສາດລາວ ເຊິ່ງກ່ອນນັ້ນໄດ້ມີກຸ່ມບໍລິສັດ (FSG) ປະຈຳພາກພື້ນອາຊີອາຄະເນຈາກປະເທດຍີ່ປຸ່ນໄດ້ເຊັນ ສັນຍາເພື່ອຈະເຂົ້າມາລົງທຶນ ແບບລັກສະນະດຽວກັນ ໃນນະຄອນຫລວງວຽງຈັນ ດ້ວຍໄລຍະທາງ 51 ກິໂລແມັດ ຈຳນວນ 6 ສະຖານີ ໂດຍມີເປົ້າຫມາຍສຳຫລວດ ຄວາມເປັນໄປໄດ້ 6-12 ເດືອນ

(ຂໍ້ມູນຈາກແຫຼ່ງທ່ອງທ່ຽວແຂວງສະຫວັນນະເຂດ)
ລາຍງານໂດຍ: ອະນຸໄຊ ສຸຂະລາດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ