ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



26/03/2014 5:17:58 pm - ໂຄງການເຝິກອົບຮົມວິຊາປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ຄູ-ອາຈານແຕ່ລະຫ້ອງການສາຍ ປະຈຳສົກຮຽນ 2013-2014
ສົ່ງເສີມວິຊາການ


ໂຄງການເຝິກອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກງານໜຶ່ງ
ທີ່ສຳຄັນຂອງຂະແໜງການສຶກສາ ດັ່ງນັ້ນ, ວິທະຍາໄລຄູ ສະຫວັນນະເຂດ
ຈຶ່ງປະຕິບັດຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການສຶກສາອົບຮົມ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນໃນສະພາບໃໝ່.

ການເຝິກອົບຮົມໃຫ້ຄູເຝິກ ມີຈຳນວນ 12 ທ່ານ ຍິງ 5 ທ່ານ ເຊິ່ງໃນວິຊານີ້ເພື່ອກະກຽມ
ເຝິກວິຊາປ້ອງກັນຊາດໃຫ້ແກ່ນັກສຶກສາປີສຸດທ້າຍ.

ຈຸດປະສົງເປົ້າໝາຍຂອງການເຝິກອົບຮົມຄັ້ງນີ້ແມ່ນ:

- ເພື່ອສ້າງຄູເຝິກວິຊານີ້ສາມາດເຝິກອົບຮົມໃຫ້ນັກສຶກສາປີສຸດທ້າຍ ເປັນກໍາລັງພົນສຳຮອງ
ໃຫ້ແກ່ໂຮງຮຽນ.
- ເພື່ອໃຫ້ສາມາດນຳໃຊ້ອາວຸດ ແລະ ຍຸດທະວິທີຕ່າງໆເຂົ້າໃນວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນເວລາທີ່ມີສະພາບບໍ່ດີເກີດຂຶ້ນ.
- ເພື່ອສ້າງໃຫ້ຄູ-ອາຈານມີແນວຄິດທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ,
ເຄົາລົບຕໍ່ຄຳສັ່ງ ແລະ ປະຕິບັດທຸກໜ້າທີ່.

ໄລຍະເວລາໃນການເຝິກອົບຮົມແມ່ນມີກຳນົດ 5 ວັນ ເລີ່ມແຕ່ວັນທີ 11-15/03/2014
ເຊິ່ງຜ່ານການເຝິກອົບຮົມໃນຄັ້ງນີ້ສາມາດປະເມີນຄວາມເຂົ້າໃຈໄດດັ່ງນີ້:
ດີເລີດ = 65,46%, ດີ = 26,36%, ປານກາງ 7,27% ແລະ ອ່ອນ = 0,91%.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ