06/03/2014 2:39:34 pm - ສານຕັດສິນປະຫານຊີວິດຄູ່ຜົວເມຍຍ້ອນຄ້າຂາຍຢາເສບຕິດ |
ວັດຜົນ-ປະເມີນຜົນ![]() ສານຕັດສິນປະຫານຊີວິດຄູ່ຜົວເມຍຍ້ອນຄ້າຂາຍຢາເສບຕິດ ໃນວັນທີ 4 ມີນາ 2014 ນີ້, ສານນະຄອນຫຼວງວຽງຈັນ ໄດ້ຕັດສິນປະຫານຊີວິດ ທ້າວ ຊຽງຂາວ ອາຍຸ 41 ປີ ແລະ ນາງ ພັນ ອາຍຸ 35 ປີ, ທັງສອງເປັນຜົວເມຍກັນ ຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ຍ້ອນຂໍ້ຫາຄ້າຂາຍຢາເສບຕິດ ເຊິ່ງພວກກ່ຽວຖືກເຈົ້າໜ້າທີ່ກັກຕົວໄດ້ໃນຂະນະຂົນສົ່ງຢາເສບຕິດໃຫ້ເຄືອຂ່າຍຢູ່ເຂດສະໜາມກິລາແຫ່ງຊາດ ຫລັກ 16 ນະຄອນຫລວງວຽງຈັນ ໃນທ້າຍປີ 2011 ພ້ອມຂອງກາງຢາບ້າ 54 ພັນເມັດ. ໂດຍທັງສອງຮັບສາລະພາບວ່າ: ຢາເສບຕິດທັງໝົດແມ່ນເອົາມາຈາກຂະບວນການຄ້າຢາເສບຕິດລາຍໃຫຍ່ຢູ່ພາກເໜືອຂອງລາວ. ຂ່າວໄດ້ໃຫ້ຮູ້ຕື່ມວ່າ:ໃນວັນທີ 3 ມີນາ 2014 ນີ້, ສານປະຊາຊົນ ແຂວງ ສະຫວັນນະເຂດ, ໄດ້ຕັດສີນລົງ ໂທດທ້າວ ສົມລັກ ອາຍຸ 29 ປີ, ຢູ່ບ້ານເພຍກ່າ, ເມືອງຈຳພອນ, ທ້າວ ສີພະຈັນ ອາຍຸ 38 ປີ ຢູ່ ບ້ານໄຊມຸງຄຸນ, ເມືອງອຸທຸມພອນ ໃຫ້ຈຳຄຸກຜູ້ລະ 5 ປີ ພ້ອມປັບໃໝ ເງິນຜູ້ລະ 10 ລ້ານກີບ ຍ້ອນມີຢາບ້າໄວ້ຄອບຄອງຫຼາຍກວ່າ 100 ເມັດ ແລະ ທ້າວ ຟານວັນ ຮ໋ອກ (ສັນຊາດ ຫວຽດນາມ) ອາຍຸ 37 ປີ ຢູ່ບ້ານມະນີວົງໄຊ ຖືກຕັດອິດສະຫຼະພາບຈຳຄຸກຕະຫລອດຊີວິດຍ້ອນມີຢາເສບຕິດປະເພດ ຢາບ້າໄວ້ຄອບຄອງ ຈຳນວນຫຼາຍກວ່າ 12 ພັນເມັດ. ໂດຍພວກກ່ຽວຖືກເຈົ້າໜ້າທີ່ກັກຕົວໄດ້ເມື່ອທ້າຍປີ 2012. ຂອບໃຈຂ່າວຈາກ ໜັງສືພິມລາວພັດທະນາ ຮຽບຮຽງ ແລະ ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ |