ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



21/02/2013 12:00:00 am - ພິທີຜ່ານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ4 ຂອງສະພາແຫ່ງຊາດຊຸດທີ 7 ແລະ ປະດັດຫລຽນໄຊ,ຫລຽນກາພ້ອມທັງມອບໃບຍ້ອງຍໍ
ຈັດຕັ້ງ-ພະນັກງານ


ໃນຕອນບ່າຍຂອງວັນພຸດວັນທີ 20 ກຸມພາ 2013 ເວລາ 13 ໂມງ 30 ນາທີ ວິທະຍາໄລຄູສະຫວັນນະເຂດໄດ້ຈັດພິທີຜ່ານຜົນສຳເລັດກອງປະຊຸມສະໄໝສາມັນທີ4 ຂອງສະພາແຫ່ງຊາດຊຸດທີ 7 ແລະ ປະດັດຫລຽນໄຊ, ຫລຽນກາ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ພະນັກງານຄູ-ອາຈານຜູ້ທີ່ມີຜົນງານດີເດັ່ນ ໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 7, ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນຂອງວິທະຍາໄລຄູສະຫວັນນະເຂດ

ເປັນກຽດເຂົ້າຮ່ວມໃນພິທີຄັ້ງນີ້ມີທ່ານ ຮອງສາດສະດາຈານ ດຣ ບຸນປົງ ແກ້ວໂຣດົມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ, ທ່ານ ຄຳພັນ ຄູນສັກສີ ຜູ້ປະຈຳການຫ້ອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ, ທ່ານ ກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມດ້ວຍຄະນະ ບັນດາທ່ານຫົວຫນ້າຫ້ອງການ, ຮອງຫ້ອງການ, ຫນ່ວຍງານ, ຮອງຫນ່ວຍງານ, ພະນັກງານຄູ-ອາຈານ ແລະ ຕະຫລອດຮອດນັກສຶກສາທັງ 4 ສາຍຮຽນ ໄດ້ເຂົ້າຮ່ວມ

ໃນພິທີ ທ່ານ ຮອງສາດສະດາຈານ ດຣ ບຸນປົງ ແກ້ວໂຣດົມ ໄດ້ຜ່ານຜົນສຳເລັດກອງປະຊຸມສະໄໝສາມັນທີ 4 ຂອງສະພາແຫ່ງຊາດຊຸດທີ 7 ຫລັງຈາກນັ້ນທ່ານ ລັດສະຫມີ ພະໄຊສີ ກໍໄດ້ ຂຶ້ນຜ່ານດຳລັດຂອງປະທານປະເທດ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫລຽນໄຊແຮງງານ ແລະ ຫລຽນກາແຮງງານ ພ້ອມທັງຍ້ອງຍໍ ແລະ ຜ່ານລາຍຊື່ຜູ້ດີ່ໄດ້ຮັບ. ຫລັງຈາກນັ້ນ, ປະດັດຫລຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ຈຳນວນ 4 ທ່ານ ຄື:ທ່ານ ບຸນຊູ ສຸລິເດດ ໄດ້ຮັບ ຫລຽນແຮງງານຊັ້ນ 2, ສ່ວນວ່າໄດ້ຮັບຫລຽນໄຊແຮງງານຊັ້ນ 3 ມີຄື: ທ່ານບູນເຫຼື່ອມ ວໍລະສານ, ທ່ານ ວິໄນ ສູຂະລາດ ແລະ ທ່ານ ສູພັນ ແສນວິເສດ, ສຳຫລັບຫລຽນກາແຮງງານ ແມ່ນມີ 16 ທ່ານ ຍິງ 4 ທ່ານ, ປະເພດໃບຍ້ອງຍໍຂັ້ນລັດຖະບານ ມີ 15 ທ່ານ, ປະເພດໃບຍ້ອງຍໍຄະນະກຳມະການເລືອກຕັ້ງລະດັບຊາດ ມີ 16 ທ່ານ. ເປັນກຽດປະດັບຫລຽນໄຊ ແຮງງານ ແລະ ຫລຽນກາແຮງງານ ແມ່ນຮອງສາດສະດາຈານ ດຣ ບຸນປົງ ແກ້ວໂຣດົມ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ເປັນຜູ້ປະດັບ

ສຳຫລັບໃບຍ້ອງຍໍແມ່ນທ່ານ ຄຳພັນ ຄູນສັກສີ ຜູ້ປະຈຳການຫອງວ່າການສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດເປັນຜູ້ມອບ.ໃນຕອນທ້າຍ ທ່ານກຶ່ງ ໄຊຍະສານ ເລຂາພັກຮາກຖານ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ກໍ່ໄດ້ກ່າວຄຳຂອບໃຈມາຍັງທ່ານສະມາຊິກສະພາແຫ່ງຊາດພ້ອມທັງມອບຂອງຂວັນ ຫລັງຈາກນັ້ນພິທີກໍໄດ້ຈົບລົງຢ່າງງົດງາມ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ