ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



25/12/2012 12:00:00 am - ຫ້ອງການພາສຕ່າງປະເທດອອກແຮງງານລວມ
ພາສາຕ່າງປະເທດ


ເພື່ອເປັນການຂຳນັບຮັບຕ້ອນວັນສ້າງຕັ້ງພັກປະຊາຊົນ ປະຕິວັກລາວ ໃນຕອນເຊົ້າວັນສຸກ ທີ 21 ທັນວາ 2012 ຜ່ານມານີ້ໄດ້ມີນັກສຶກສາ ສາຍພາສາຕ່າງປະເທດ ຫຼາຍກວ່າ 300 ແຮງງານທີ່ຮຽນພາກບ່າຍມາອະນາໄມລວມບໍລິເວນອ້ອມຮອບ ວຄສ ໂດຍສະເພາະແມ່່ນເດີ່ນໂຮງຮຽນ, ໜ້າທາງເລກ 9 ແລະ ທາງລົງໜອງຜື ເຊິ່ງນຳພາໂດຍ ຄະນະນຳຫ້ອງການພາສຕ່າງປະເທດອາຈານທີ່ຮັບຜິດຊອບ ວຽກງານສິ່ງແວດລ້ອມຂອງສາຍ ແລະ ໃນຕອນບ່າຍຂອງວັນດຽວກັນນັ້ນກໍ່ມີບັນດານັກສຶກສາພາກ ເຊົ້າມາອອກແຮງງານຫຼາຍກ່ວາ 400 ແຮງງານ ແຊິ່ງໄດ້ມີການອະນາໄມ ຫ້ອງນໍ້າ ແລະ ອາຄານຮຽນຂອງສາຍ ດັ່ງນັ້ນຈຶ່ງເຮັດໃຫ້ບັນດາອາຄານສະອາດຂຶ້ນຕື່ມ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ