ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/08/2012 12:00:00 am - ສອບເສັງຄັດເລືອກເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2012 – 2013
ວັດຜົນ-ປະເມີນຜົນ


ວັນທີ 04-05/08/2012 ທີ່ວິທະຍາໄລຄູ ສະຫວັນນະເຂດ ໄດ້ມີການສອບເສັງຄັດເລືອກນັກສຶກສາເຂົ້າຮຽນ ສົກຮຽນ 2012-2013, ໂດຍມີຜູ້ເຂົ້າສອບເສັງກວ່າສອງພັນຄົນ ໃນນັ້ນ ການສອບເສັງໄດ້ແບ່ງເປັນສາມລະບົບຄື:

1. ຊັ້ນກາງ ລະບົບ 9+3, ມີສອງສາຍຮຽນຄື ສາຍຄູອະນຸບານ ແລະ ສາຍຄູປະຖົມ

2. ອະນຸປະລິນຍາ ລະບົບ 12+2, ມີສາຍຄູອະນຸບານ, ສາຍຄູປະຖົມ, ສາຍຄູຄະນິດສາດ, ສາຍຄູວິທະຍາສາດ, ສາຍຄູພາສາລາວ-ວັນນະຄະດີ, ສາຍຄູພູມສາດ-ປະຫວັດສາດ ແລະ ສາຍຄູພາສາຫວຽດນາມ.

3. ປະລິນຍາຕີ ລະບົບ 12+4, ມີສາຍຄູຄະນິດສາດ, ສາຍຄູວິທະຍາສາດທຳມະຊາດ (ຟີຊິກ, ເຄມີ, ຊີວະ), ສາຍຄູພາສາລາວ-ວັນນະຄະດີ, ສາຍຄູພູມສາດ-ປະຫວັດສາດ, ສາຍຄູພາສາອັງກິດ ແລະ ສາຍພາສາອັງກິດພິເສດ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ