ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



03/08/2012 12:00:00 am - ເຜີຍແຜ່ລະບຽບການສອບເສັງເຂົ້າຮຽນ ສົກຮຽນ 2012-2013
ວັດຜົນ-ປະເມີນຜົນ


ເວລາ 15:30 ຂອງວັນທີ 03/08/2012 ທີ່ຫ້ອງປະຊຸມໃຫຍ່ ພະນັກງານຄູ-ອາຈານ ເຂົ້າຮ່ວມການ ເຜີຍແຜ່ລະບຽບການສອບເສັງເຂົ້າຮຽນ ທີ່ວິທະຍາໄລຄູ ສະຫວັນນະເຂດ ສົກຮຽນ 2012-2013. ເປັນກຽດເຂົ້າຮ່ວມແມ່ນທ່ານ ບຸນເຫຼື່ອມ ວໍລະສານ ຮອງຜູ້ອຳນວຍການ ຝ່າຍວິຊາການ, ທ່ານ ບຸນຊູ ສຸລິເດດ ຮອງຜູ້ອຳນວຍການ ຝ່າຍກິດຈະກຳນັກສຶກສາ, ຄະນະຮັບຜິດຊອບການສອບເສັງ ແລະ ກຳມະການຍາມຫ້ອງເສັງ.

ທ່ານ ບຸນເຫຼື່ອມ ວໍລະສານ ໄດ້ກ່າວເຜີຍແຜ່ລະບຽບການສອບເສັງ ເຊິ່ງມີທັງໝົດ 9 ຂໍ້ດັ່ງນີ້:

1. ນັກສອບຕ້ອງນຸ່ງເຄື່ອງນັກຮຽນເປັນລະບຽບ (ເສື້ອຂາວ) ມີຄວາມພ້ອມມາເຂົ້າຫ້ອງສອບເສັງທັນເວລາ.

2. ນັກສອບຕ້ອງແຈ້ງບັດເຂົ້າຫ້ອງເສັງຢ່າງຖືກຕ້ອງ ລົງລາຍເຊັນເຂົ້າຫ້ອງສອບຕາມການແນະນຳຂອງກຳມະການຍາມຫ້ອງເສັງ.

3. ນັກສອບຕ້ອງນັ່ງຕາມເບີໂຕະຂອງຕົນເອງຕາມການຈັດການຂອງກຳມະການຍາມຫ້ອງເສັງ.

4. ນັກສອບຕ້ອງປິດໂທລະສັບ ຫ້ອມມີການໂທລະສັບໃນໄລຍະສອບເສັງເຊິ່ງເປັນການລົບກວນຄົນອື່ນ.

5. ນັກສອບຕ້ອງປະຕິບັດການສອບເສັງຕາມຫົວບົດທີ່ກຳມະການຍາມຫ້ອງເສັງໄດ້ຈັດໃຫ້ດ້ວຍຄວາມຮັບຜິດຊອບ ຫ້າມປ່ຽນບົດສອບເສັງໃຫ້ກັນເດັດຂາດ.

6. ຫ້າມນັກສອບນຳເອົາເອກະສານ, ຕຳລາຕ່າງໆ ຫຼື ອຸປະກອນທີ່ບັນຈຸຂໍ້ຄວາມ ເຂົ້າມາໃນຫ້ອງເສັງເດັດຂາດ.

7. ຫ້າມນັກສອບນຳເອົາອາວຸດ ຫຼື ສິ່ງອາດເປັນອັນຕະລາຍ ເຂົ້າມາໃນຫ້ອງເສັງເດັດຂາດ.

8. ຫ້າມນັກສອບທຸດຈະລິດ ຫຼື ພະຍາຍາມ ທຸດຈະລິດການສອບເສັງທຸກວິທີທາງ ນັກສອບທີ່ມີການພະຍາຍາມທຸດຈະລິດການສອບເສັງ ຄະນະກຳມະການຍາມຫ້ອງເສັງພົບເຫັນຈະໄດ້ຕັກເຕືອນບໍ່ເກີນສອງຄັ້ງ ຖ້າຍັງຝ່າຝືນ ເຖິງຄັ້ງທີສາມຖືວ່າ ການສອບເສັງຈະຖືກຍົກເລີກ.

9. ນັກສອບຕ້ອງສົ່ງບັດເສັງໃຫ້ກຳມະການຍາມຫ້ອງເສັງຕາມເວລາທີ່ໄດ້ກຳນົດໃຫ້ຢ່າງເປັນລະບຽບຮຽບຮ້ອຍ.

ນອກນັ້ນ, ທ່ານ ບຸນເຫຼື່ອມ ວໍລະສານ ໄດ້ໃຫ້ຄຳເຫັນເພີ່ມຕື່ມກ່ຽວກັບລະບຽບການຕ່າງໆກ່ຽວກັບກຳມະການຍາມຫ້ອງ ເຊັ່ນ ການປະຕິບັດໂມງເວລາ, ການແຕ່ງກາຍ ແລະ ການປະຕິບັດລະບຽບການສອບເສັງ ເພື່ອຮັບປະກັນໃຫ້ການສອບເສັງຄັດເລືອກເຂົ້າຮຽນມີຄວາມເປັນລະບຽບ ແລະ ປ້ອງກັນການທຸດຈະລິດຈາກນັກສອບ.

ສຳລັບການສອບເສັງແມ່ນເລີ່ມແຕ່ວັນທີ 04-05/08/2012

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ