26/07/2012 12:00:00 am - ການສະແດງສິລະປະວັນນະຄະດີ ວັນທີ 2 |
ວັດຜົນ-ປະເມີນຜົນ![]() ໃນຄ່ຳຄືນຂອງແລງວັນທີ 24 ກໍລະກົດ 2012,ເວລາ 20 ໂມງ 00 ນາທີ, ທີ່ສະໂມສອນ ວຄສ ໄດ້ມີການຈັດການຮັບປະທານອາຫານ ແລະ ຮັບຊົມການສະແດງສິລະປະວັນນະຄະດີ ຈາກວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູປາກເຊ, ແລະ ວິທະຍາໄລຄູສາລະວັນ. ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມມ່ວນຊື່ນສະໜຸກສະໜານຂອງທ່ານຫົວໜ້າກົມສ້າງຄູ ພ້ອມຄະນະລວມທັງບັນດາຜູ້ແທນຈາກສະຖາບັນຕ່າງໆ ແລະ ຜູ້ທີ່ເຂົ້າຮ່ວມແລະຮັບຊົມທັງຫຼາຍ.ກິດຈະກຳໃນງານນອກຈາກຈະມີການ ສະແດງສິລະປະຈາກວິທະຍາໄລຕ່າງໆທີ່ແປກຕາ ແລະເປັນທີ່ປະທັບໃຈແລ້ວແລ້ວ ພວກເຮົາກໍ່ຍັງໄດ້ມີໂອກາດໄດ້ຮັບຊົມການສະຫຼັບສັບປ່ຽນກັນຂຶ້ນໄປປະກອບສຽງເພງ ແລະ ການຟ້ອນລຳໃນຈັງຫວະຕ່າງໆແລະ ມີການມອບຂອງລາງວັນໃຫ້ກັບບັນດາຜູ້ຮ່ວມສະແດງ ຈາກບັນດາຜູ້ແທນທີ່ມາຮ່ວມງານ. ນອກນັ້ນກໍ່ຍັງມີການມອບຂັນລາງວັນຊະນະເລີດໃນກິລາເປຕັງສະມະຄີ ລະຫວ່າງວິທະຍາໄລຄູຕ່າງໆ, ຜົນການແຂ່ງຂັນທີມ ຊະນະເລີດຊາຍແມ່ນ ທີມວິທະຍາໄລຄູຫຼວງພະບາງເປັນ ແລະ ທີມຍິງ ແມ່ນທີມຈາກວິທະຍາໄລຄູປາກເຊ ເຊິ່ງເປັນການແຕ່ງເຕີມສີສັນຂອງງານໃນມື້ນີ້ໃຫ້ມີບັນຍາກາດຍິ່ງຂຶ້ນໄປ. ມາຮອດເວລາ 21ໂມງ 30 ນາທີ, ທ່ານ ຈັນດີ ພົມມະບຸດ ຫົວໜ້າກົມສ້າງຄູ ກໍ່ໄດ້ຂຶ້ນກ່າວປິດງານ ພ້ອມກັນນັ້ນ ທ່ານ ເກດ ພັນລັກ ຮອງກົມສ້າງຄູ ແລະ ທ່ານ ວິໄນ ສຸຂະຣາດ ຮອງຄະນະອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ກໍ່ໄດ້ຮ່ວມກັນຮ້ອງເພງ 'ລາກ່ອນຈາກ' ເພື່ອເປັນການປິດທ້າຍງານດັ່ງກ່າວ. ງານລ້ຽງສັງສັນດັ່ງກ່າວກໍ່ໄດ້ສິ້ນສຸດລົງໃນທ່າມກາງຮອຍຍິມທີ່ເຕັມໄປດ້ວຍຄວາມສຸກຂອງບັນດາຜູ້ແທນ ແລະ ຜູ້ທີ່ເຂົ້າມາຮ່ວມງານ. ລາຍງານຂ່າວໂດຍ: ອະນຸໄຊ ສຸຂະລາດ |