ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



05/07/2012 12:00:00 am - ວິທະຍາໄລຄູສະຫວັນນະເຂດສຳເລັດກອງປະຊຸມຜ່ານບົດວິໄຈເພື່ອການພັດທະນາ ປະຈຳສົກຮຽນ 2011-2012
ພັດທະນາຄູ


ວິທະຍາ​ໄລ​ຄູ​ສະຫວັນນະ​ເຂດ ​ໄດ້​ເປີດ​ກອງ​ປະຊຸມ​ຜ່ານ​ບົດ​ວິ​ໄຈ​ເພື່ອການ​ພັດທະນາຂຶ້ນທີ່​ຫ້ອງ​ປະຊຸມ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ, ກອງ​ປະຊຸມ​ຄັ້ງນີ້​ໄດ້​ດຳ​ເນີນ​ໄປ​ໃນ 2 ຄາບ​ຄື​​ໃນວັນ​ທີ 28-29/06/2012, ​ເຊິ່ງມີຜູ້​ເຂົ້າຮ່ວມ​ທັງ​ໝົດ 28 ທ່ານ, ຍິງ 8 ທ່ານ, ​​ໂດຍ​ການ​ເປັນ​ປະທານ​ຂອ​ງທ່ານ ບຸນ​ຊູ ສຸລິ​ເດດ ຮອງ​ຜູ້ອຳນວຍການ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດວ່າ​ການ​ແທນ, ທ່ານ ວິ​ໄນ ສຸຂະ​ຣາດຮອງ​ຜູ້ອຳນວຍການ​ຝ່າຍ​ວັດ​ຜົນ -​ ປະ​ເມີນ​ຜົນ ​ແລະ ພັດທະນາ​ຄູ ​ນອກ​ນັ້ນ, ຍັງ​ມີຄະນະ​ຫ້ອງການ​ພັດທະນາ​ຄູ, ຫົວໜ້າຫ້ອງການ​ວິທະຍາສາດທຳ​ມະຊາດ, ຫົວໜ້າ​ຫ້ອງການ​ວັດ​ຜົນ-​ປະ​ເມີນ​ຜົນ, ຄະນະ​ກຳມະການ​ໃຫ້​ຄະ​ແນນ​ປ້ອງ​ກັນ​ບົດ​ວິ​ໄຈ ພ້ອມ​ທັງ​ຄູ​ທີ່​ເປິກສາ​ການ​ວິ​ໄຈ ​ແລະ ນັກວິ​ໄຈ​ທັງໜົດ 9 ກຸ່ມ ລວມມີ 9 ຫົວ​ຂໍ້ການວິໄຈ ເຊິ່ງສະເໜີຜ່ານຜົນການວິໄຈໃຫ້ທີ່ປະຊຸມກໍຄືຄະນະຮັບຜິດຊອບກອງປະຊຸມຊາບໂດຍຕາງໜ້າແຕ່ລະກຸ່ມ, ຫົວຂໍ້ການວິໄຈໃນຄັ້ງນີ້ ປະກອບມີ:

1. ສາ​ເຫດຄວາມ​ຕ້ອງການ​ຂອງ​ນັກຮຽນ​ເຂົ້າຮຽນ​ສາຍ​ທຳ​ມະ​ຊາດ​​ໃນວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ​ໜ້ອຍ​ກວ່າ​ສາຍ​ອື່ນ

2. ສຳ​ຫຼວດຄວາມ​ສາມາດ​ຂອງ​ຄູ​ອາຈານ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ​ເມື່ອ​ທຽບ​ໃສ່ ມາດຕະຖານ​ຄູ​ແຫ່ງ​ຊາດ

3. ການ​ພັດທະນາ​ຄວາມ​ຮູ້​ວິຊາ​ພູມ​ສາດ​ໃຫ້​ນັກ​ສຶກສາຄູ​ປີ​ທີ 1 ສາຍພູ​ມສາດ - ປະຫວັດສາດ

4. ການ​ບຳບັດ​ນ້ຳ​ເປື້ອນພາຍ​ໃນ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ​

5. ການ​ຄຸ້ມ​ຄອງ​ຫໍ​ພັກ​ພາຍ​ໃນ​ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ

6. ແນວທາງ​​ເພື່ອພັດທະນາ​​ໃຫ້​ນັກ​ສຶກສາທີ່​ຮຽນ​ວິຊາ​ປະຫວັດສາດ​ໄດ້​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ບົດຮຽນ

7. ການ​ວິ​ເຄາະ​ປະ​ໂຫຍ​ກ​ໃນ​ພາສາ​ລາວ​ຂອງ​ນັກ​ຮຽນ​ຄູ​ປະຖົມ ປີ​ທີ 1 ລະບົບ 9+3

8. ທັກ​ສະການ​ຂຽນ​ພາສາ​ລາວຂອງ​ນັກ​ສຶກສາ​ຄູ ​ພາສາ​ລາວ -​ ວັນນະຄະດີ

9. ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ຄິດ​ໄລ່​ເລກ​ສີ່​ປະການ​ຂອງ​ນັກ​ສຶກສາ​ສາຍ​ຄູ​ອະນຸບານ -​ປະຖົມ ​ ​

ກອງປະຊຸມໄດ້ສິ້ນສຸດລົງໂດຍການປະກອບຄຳຄິດຄຳເຫັນ ແລະ ກ່າວປິດພິທີໂດຍ ທ່ານ ວິໄນ ສຸຂະຣາດ ຮອງຜູ້ອຳນວຍ ການຝ່າຍວັດຜົນ-ປະເມີນຜົນ ແລະ ພັດທະນາຄູ ພ້ອມທັງເປັນປະທານໃນກອງປະຊຸມຄັ້ງນີ້.

ໂດຍ: ເກດສະໜາ ວົງຫາຈັກ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ