ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



23/06/2012 12:00:00 am - ພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາສົກຮຽນ 2011-2012
ວັດຜົນ-ປະເມີນຜົນ




ພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາສົກຮຽນ 2011-2012

ເຖິງແມ່ນວ່າ ຈະມີຝົນຕົກລົງມາ ແຕ່ບັນຍາກາດໃນຕອນເຊົ້າກໍ່ເຕັມໄປດ້ວຍຄວາມສົດຊື່ນ. ພໍ່ແມ່ ຍາດພີ່ນ້ອງ ແລະ ໝູ່ເພື່ອນຂອງບັນດານັກສຶກສາປີສຸດທ້າຍ ໄດ້ມາເຕົ້າໂຮມກັນທີ່ໂຮງຮຽນແຫ່ງນີ້ ເພື່ອສະແດງຄວາມຍິນດີ ໃນພິທີມອບ-ຮັບໃບປະກາສະນີຍະບັດ ນັກສຶກສາທີ່ສຳເລັດການສຶກສາ ສົກຮຽນ 2011-2012 ໃນເວລາ 8:30 ຂອງວັນທີ 22/06/2012.

ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານ ດຣ ຄຳເຜີຍ ພັນທະຈອນ ຮອງເຈົ້າແຂວງສະຫວັນນະເຂດ,ແຂກຕ່າງໜ້າກົມສ້າງຄູ, ແຂກຕ່າງໜ້າພະແນກສຶກສາທິການແຂວງຄຳມ່ວນ, ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ພ້ອມດ້ວຍຄະນະ, ຄະນະອຳນວຍການ ວິທະຍາໄລຄູ ປາກເຊ, ພ້ອມທັງ ພະນັກງານ ຄູ-ອາຈານ ວິທະຍາໄລຄູ ສະຫວັນນະເຂດເຂົ້າຮ່ວມ.

ໃນເວລາ 8:30 ທີ່ສະໂມສອນແຫ່ງໃໝ່ຂອງໂຮງຮຽນ ທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດໄດ້ຂຶ້ນອ່ານບົດສະຫຼຸບປະຈຳສົກຮຽນ 2011-2012. ຈາກນັ້ນໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ນັກສຶກສາປີສຸດທ້າຍ ຜູ້ທີ່ມີຜົນງານດີເດັ່ນ, ໂດຍເປັນກຽດມອບແມ່ນ ທ່ານຜູ້ອຳນວຍການພ້ອມຄະນະ.

ຫຼັງຈາກນັ້ນ ທ່ານ ດຣ ຄຳເຜີຍ ພັນທະຈອນ ໄດ້ໃຫ້ຄຳຄິດຄຳເຫັນຕໍ່ກັບພິທີມອບ-ຮັບໃບປະກາສະນີຍະບັດຄັ້ງນີ້.

ເວລາ 9:30 ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ເປັນກຽດມອບໂດຍ ທ່ານ ດຣ ຄຳເຜີຍ ພັນທະຈອນ, ໂດຍມີນັກສຶກສາທີ່ໄດ້ຮັບໃບປະກາສະນີຍະບັດໃນສົກຮຽນ 2011-2012 ນີ້ມີທັງໝົດ 1274 ຄົນ ຍິງ 775 ຄົນ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ