ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



15/12/2011 12:00:00 am - ກອງປະຊຸມຄັດເລືອກຫົວຂໍ້ວິໄຈເພື່ອການພັດທະນາ ວຄສ ປະຈຳສົກຮຽນ 2011-2012
ພັດທະນາຄູ


ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 14/12/2011 ວິທະຍາ​ໄລ​ຄູ​ສະຫວັນນະ​ເຂດ​ໄດ້​ເປີດ​ກອງ​ປະຊຸມ​ຄັດ​ເລືອກ​ຫົວ​ຂໍ້​​ວິ​ໄຈ​ເພຶ່ອການ​ພັດທະນາຂຶ້ນທີ່​ຫ້ອງ​ປະຊຸມວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ​ເຊິ່ງມີຜູ້​ເຂົ້າຮ່ວມ​ທັງ​ໝົດ20 ທ່ານ, ຍິງ7 ທ່ານ, ​ໂດຍ​ການ​​ເປັນປະທານ​ຂອງ ທ່ານ ວິ​ໄນ ສຸຂະຣາດ ຮອງ​ຜູ້ອຳນວຍການຝ່າຍ​ວັດ​ຜົນ - ​ປະ​ເມີນ​ຜົນ ​ແລະ ພັດທະນາ​ຄູ. ​ນອກ​ນັ້ນຍັງ​ມີຄະນະກຳມະການ​ຄັດເລືອກຫົວ​ຂໍ້​ວິ​ໄຈ, ຄະນະ​ຊີ້​ນຳ​ການ​ວິ​ໄຈ ພ້ອມ ທັງນັກວິ​ໄຈ​ຈາກ​ 10 ​ຫ້ອງການ. ຜ່ານ​ການຄົ້ນຄວ້າ​ກອງ​ປະຊຸມສາມາດ​ຄັດ​ເລືອກ​ຫົວ​ຂໍ້​ວິ​ໄຈ​ເພື່ອການ​ພັດ ທະນາ​ສະ​ຖາ​ບັນ​ໄດ້​ຈຳນວນ 12 ຫົວ​ຂໍ້ຄື:

ທັກ​ສະການ​ຂຽນ​ພາສາ​ລາວຂອງ​ນັກ​ສຶກສາ​ສາຍ​ພາສາ​ລາວ-​ວັນນະຄະດີ
ການ​ຄຸ້ມ​ຄອງ​ຫໍ​ພັກ​ຂອງ​ນັກ​ສຶກສາ​ຍິງ ພາຍ​ໃນ​ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ
ການ​ພັດທະນາ​ຄວາມ​ສາມາດ​ໃນ​ການ​ຄິດ​ໄລ່​ເລກ​ສີ່​ປະການ​ຂອງ​ນັກ​ສຶກສາ​ສາຍ​ຄູ​ອະນຸບານ-​ປະຖົມ ​ໃນ​ ວຄສ
ການ​ວິ​ເຄາະ​ປະ​ໂຫຍ​ກ​ໃນ​ພາສາ​ລາວ​ຂອງ​ນັກ​ຮຽນ​ຄູ​ປະຖົມ ປີ​ທີ 1 ລະບົບ 9+3
​ແນວທາງ​ພັດທະນາ​​ເພື່ອ​ໃຫ້​ນັກ​ສຶກສາສາຍ​ສັງຄົມ​ເອົາ​ໃຈ​ໃສ່​ຄົ້ນຄວ້າ​ບົດຮຽນ
ປັດ​ໄຈ​ທີ່​ເຮັດ​ໃຫ້​ນັກ​ສຶກສາ​ສາຍ​ຄະນິດສາດ​ສາມາດ​ຄຳນວນ​ເລກ​ສີ່​ປະການ​ໄດ້​ດີ
ຄວາມ​ຕ້ອງການ​ຂອງ​ນັກຮຽນ​ເຂົ້າຮຽນ​ສາຍ​ທຳ​ມະ​ຊາດ​ຢູ່​ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ​ໜ້ອຍ​ກວ່າ​ສາຍ​ອື່ນ
​ເດັກ​ອະນຸບານ​ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ ບໍ່​ມັກ​ໄປ​ໂຮງຮຽນ
ການ​ບຳບັດ​ນ້ຳ​ເປື້ອນພາຍ​ໃນ ວຄສ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ສິ່ງ​ແວດ​ລ້ອມ
ການ​ພັດທະນາ​ຄວາມ​ຮູ້​ວິຊາ​ພູມ​ສາດ​ຂອງ​ນັກ​ສຶກສາຄູ​ປີ​ທີ 1 ສາຍ​ວິທະຍາສາດ​ສັງຄົມ
ຄວາມ​ສົນ​ໃຈ​ຂອງ​ຄູ​ພາສາ​ອັງກິດ​ຕໍ່​ການ​ວິ​ໄຈ​ໃນ​ຊັ້ນຮຽນ
ການພັດທະນາ​ທັກ​ສະການ​ສອນ​ຂອງ​ຄູ​ອາຈານ​ໃນ​ ວິທະຍາ​ໄລ​ຄູ​ສະຫວັນ​ນະ​ເຂດ​ເພື່ອ​ກຽມ​ເປັນ​ມະຫາວິ​ທະຍາ​ໄລ​ ສ້າງຄູ​ໃນ​ອະນາ​ຄົດ

ໂດຍ: ເກດສະໜາ ວົງຫາຈັກ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ