05/12/2011 12:00:00 am - ຂະບວນລົງປະສົບການນັກສຶກສາຫ້ອງ ພາສາຫວຽດນາມ |
ພາສາຕ່າງປະເທດ![]() ວັນທີ 22/11/2011 ນັກສຶກສາລົງປະຈຳທີ່ ໂຮງຮຽນປະຖົມ ຫຼີ ຕຶ້ ຕຼ້ອງ ເພື່ອປະຕິບັດແຜນການທີ່ທາງ ກະຊວງສຶກສາທິການ ກໍ່ຄືທາງວິທະຍາໄລຄູ ວາງອອກຄື: ນັກສຶກສາທຸກຄົນຕ້ອງໄດ້ຂຶ້ນຮ່ວມໂມງສອນ ເພື່ອສັງເກດການສອນຕົວຈິງຂອງອາຈານປະຈຳແຕ່ລະລາຍວິຊາ. ວັນທີ 23-24 /11/2011 ນັກສຶກສາທຸກຄົນຕ້ອງໄດ້ຂຶ້ນສອນທົດລອງຜູ້ລະ 1 ຊົ່ວໂມງ ແລະ ສອນຕົວຈິງຜູ້ລະ 1 ຊົ່ວໂມງ ທັ້ງນີ້ກໍ່ເພື່ອປະຕິບັດຕາມຫຼັກສູດຂອງການສຶກສາ “ທິດສະດີຄ່ຽງຄູ່ກັບການການປະຕິບັດຕົວຈິງ” . ວັນທີ 25/11/2011 ນັກສຶກສາຈຳນວນໜຶ່ງກະກຽມເອກະສານ ເພື່ອຂໍລາຍເຊັນຈາກຜູ້ອຳນວຍການ ແລະ ຄູອາຈານຈຳນວນໜຶ່ງ. ຕອຍບ່າຍເວລາ 15:30 ນາທີ ພິທີສະຫຼຸບປະສົບການ. ເວລາ 17: 00 ນາທີ ກິນເຂົ້າສາມັກຄີຮ່ວມກັບ ຜູ້ອຳນວຍການ ວິທະຍາໄລຄູ ກວາງຈິ ແລະ ໂຮງຮຽນປະຖົມ ຫຼີຕືຕ້ອງ ທີ່ຮ້ານອາຫານ A DONG . |