ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



07/10/2010 12:00:00 am - ວິທະຍາໄລຄູ ສະຫວັນນະເຂດ ຈັດພິທີເປີດສົກຮຽນໃໝ່ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ
ວັດຜົນ-ປະເມີນຜົນ


ຕອນເຊົ້າຂອງວັນທີ 7/10/2010 ທີ່ສະໂມສອນວິທະຍາໄລຄູ ສະຫວັນນະເຂດ ໄດ້ຈັດໃຫ້ມີພິທີເປີດພາກຮຽນໃໝ່ ປະຈຳສົກຮຽນ 2010-2011 ຢ່າງເປັນທາງການຂື້ນ, ພ້ອມດ້ວຍ ພິທີຮັບນ້ອງໃໝ່ຂອງນັກສຶກສາ ແລະ ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 16 ປີ ວັນທີ 7 ຕຸລາ 2010. ໂດຍໃນພິທີດັ່ງກ່າວ ໄດ້ຮັບກຽດຈາກທ່ານ ກຶ່ງ ໄຊຍະສານ ຜູ້ອຳນວຍການ ວິທະຍາໄລຄູ ສະຫວັນນະເຂດ ເປັນປະທານ ພ້ອມກັບຄະນະ, ຫົວໜ້າຫ້ອງການ, ພະນັກງານ-ຄູອາຈານ, ນັກຮຽນ-ນັກສຶກສາ, ແຂກອ້ອມຂ້າງສະຖາບັນ ແລະ ແຂກຕ່າງປະເທດເຂົ້າຮ່ວມ ຢ່າງຫຼວງຫຼາຍ.

ໂດຍໃນພິທີເລີ່ມຈາກຜູ້ອຳນວຍການ ຂື້ນຜ່ານບົດສະຫຼູບປະຈຳສົກຮຽນ 2009-2010 ແລ້ວຜ່ານແຜນການປະຈຳສົກຮຽນ 2010-2011, ຈາກນັ້ນແມ່ນພິທີຮັບນ້ອງໃໝ່ ແລະ ພິທີສະຫຼອງວັນຄູ ຕາມລຳດັບ.

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ