ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



19/09/2011 12:00:00 am - ວ.ຄ.ສ ສືບຕໍ່ສາຍພົວພັນອັນດີກັບ ວິທະຍາໄລຄູປາກເຊ
ກິດຈະກຳນັກສຶກສາ


ເພື່ອສຶບຕໍ່ຜັນຂະຫຍາຍວຽກງານພາຍໃນ ວິທະຍາໄລຄູສະຫວັນນະເຂດ ໃນສົກຮຽນ 2011 – 2012 ໃຫ້ໄດ້ຮັບຜົນດີ ແລະ ອີງໃສ່ແຜນ

ການຖອດຖອນບົດຮຽນແລກປ່ຽນບົດຮຽນລະຫວ່າງສະຖາບັນສ້າງຄູເຊິ່ງກັນ ແລະ ກັນ. ດັ່ງນັ້ນ ມາຮອດຄັ້ງວັນທີ 15 – 16 ກັນຍາ 2011 ທີ່ຜ່ານ

ມານີ້ ເວລາ 10 : 45 ນາທີ ທີ່ ຫ້ອງປະຊຸມຊັ້ນ 2 ຂອງວິທະຍາໄລຄູສະຫວັນນະເຂດ ໄດ້ຈັດພິທີຕ້ອນຮັບຄະນະຄູ-ອາຈານທີ່ມາຈາກວິທະຍາໄລຄູ

ປາກເຊ ເປັນກຽດເຂົ້າຮ່ວມຂອງ ທ່ານ ກຶ່ງ ໄຊຍະສານ ເລຂາຮາກຖານພັກ ຜູ້ອໍານວຍການ ພ້ອມຄະນະ, ທ່ານ ພອນ ພູວັນໂນ ຮອງເລຂາຮາກ

ຖານພັກ ຮອງຜູ້ອໍານວຍການຝ່າຍກິດຈະການ ວິທະຍາໄລຄູປາກເຊ ພ້ອມດ້ວຍ ຫົວໜ້າຫ້ອງການ,ຄະນະຫ້ອງການກິດຈະການ, ຫົວໜ້າໜ່ວຍງານ

ຕະຫຼອດຮອດຄູ-ອາຈານພາຍໃນຫ້ອງການກິດຈະການ ທັງ 2 ສະຖາບັນໄດ້ເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງຂອງການມາຢ້ຽມຢາມຂອງວິທະຍາໄລຄູປາດເຊໃນຄັ້ງນີ້ ເພື່ອພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນຂອງ 2

ສະຖາບັນເວົ້າລວມ, ເວົ້າສະເພາະແມ່ນວຽກພາຍໃນຫ້ອງການກິດຈະການນັກສຶກສາ. ໂອກາດທຳອິດ ທ່ານ ກຶ່ງ ໄຊຍະສານ ເລຂາຮາກຖານພັກ

ຜູ້ອໍານວຍການ ວິທະຍາໄລຄູສະຫວັນນະເຂດ ໄດ້ໃຫ້ກຽດຂຶ້ນກ່າວຍິນດີຕ້ອນຮັບຄະນະຄູ - ອາຈານທີ່ມາຈາກວິທະຍາໄລຄູປາກເຊ ແລະ ໄດ້ສະເໜີ

ໂດຍສັງເຂບກ່ຽວກັບພາລະບົດບາດບາງບັນຫາໜ້າທີ່ສໍາຄັນຂອງວຽກພາຍໃນສະຖາບັນ ແລະ ວຽກພາຍໃນຫ້ອງການກິດຈະການ ຕໍ່ມາ ທ່ານ ພອນ

ພູວັນໂນ ຮອງເລຂາຮາກຖານພັກ ຮອງຜູ້ອໍານວຍການຝ່າຍກິດຈະການ ວິທະຍາໄລຄູປາກເຊ ໄດ້ຂຶ້ນກ່າວເຖິງສະພາບຈຸດປະສົງໃນການແລກປ່ຽນ

ບົດຮຽນໃນຄັ້ງນີ້ ພ້ອມທັງໄດ້ແນະນໍາ ໃຫ້ຮູ້ຈັກເຊິ່ງກັນ ແລະ ກັັນລະຫວ່າງ 2 ວິທະຍາໄລ

ທ່ານ ນາງ ຈັນສຸດາ ຈັນທິວົງ ຮອງຫົວໜ້າຫ້ອງການກິດຈະການ ໄດ້ຂຶ້ນສະເໜີພາລະໜ້າທີ່ວຽກງານການເຄື່ອນໄຫວວຽກໃນສົກຮຽນທີ່ຜ່ານມາ

ໂດຍຫຍໍ້ ສະເພາະແມ່ນວຽກການເຄື່ອນໄຫວພາຍໃນ 3 ໜ່ວນງານທີ່ຂຶ້ນກັບຫ້ອງການກິດຈະການຄື : ໜ່ວຍງານກິດຈະກຳ, ໜ່ວຍງານຄຸ້ມຄອງນັກສຶກ

ສາ, ໜ່ວຍງານສະຫວັດດີການສັງຄົມ ສ່ວນການລາຍງານອັນລະອຽດນັ້ນແມ່ນຫົວໜ້າໜ່ວຍງານແຕ່ລະໜ່ວຍງານ ແລະ ສະມາຊິກຜູ້ຮັບຜິດຊອບ

ວຽກງານຕົວຈິງໄດ້ລາຍງານວຽກທີ່ປະຕິບັດ. ເພື່ອເປັນບ່ອນອີງເຂົ້າໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນນັ້ນທັງ 2 ສະຖາບັນກໍ່ໄດ້ມີຫຼາຍ

ບັນຫາທີ່ຖືວ່າເປັນບົດຮຽນໃໝ່ມາແລກປ່ຽນເຊິ່ງໄດ້ສ້າງຄວາມສົນໃຈສະແດງອອກໃນການສອບຖາມເຖິງບັນຫາ ແລະ ວິທີແກ້ໄຂ, ອະທິບາຍຊ່ອງທາງ

ປະຕິບັດວຽກເຊິ່ງກັນ ແລະ ກັນຢ່າງມີລັກສະນະສ້າງສັນ ເຮັດໃຫ້ບັນຍາກາດໃນການຖອດຖອນບົດຮຽນເຕັມໄປດ້ວຍຄວາມອົບອຸ່ນ ແລະມີປະສິດທິພາບ

ໃນການຜັນຂະຫຍາຍວຽກງານຂອງ 2 ສະຖາບັນ ໃນສົກຮຽນ 2011 – 2012 ໃຫ້ໄດ້ຮັບຜົນດີຂຶ້ນຢ່າງບໍ່ຢຸດຢັ້ງ

ໂດຍ : ໄລພອນ ພັນມະເຫສັກ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ