ວິທະຍາໄລຄູ ສະຫວັນນະເຂດ ເປັນສູນກາງແຫ່ງການພັດທະນາວິຊາຊີບຄູທີ່ມີຄຸນນະພາບ ແລະ ຈັນຍາບັນ, ເອົາໃຈໃສ່ການວິໄຈ ສາມາດເຊື່ອມໂຍງໄດ້ກັບສາກົນ.
Savannakhet Teacher Training College is the center of professional development with high quality and ethic teachers, research-oriented, and international cooperation.
ວິໄສທັດຮອດປີ 2025 ແລະ ແຜນຍຸດທະສາດ 5 ປີ (2021-2025)

ເຄື່ອງແບບລັດຖະກອນຄູ
ເອກະສານ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງລາວ



13/03/2013 12:00:00 am - ທົດລອງວິຊາຟີຊິກສາດກ່ຽວກັບກົດເກນໂອມ
ວິທະຍາສາດທຳມະຊາດ


ເມື່ອເວລາ 7 ໂມງ30ນາທີ ຂອງວັນທີ 13/3/2013 ຫ້ອງປີທີ 2ງ ວິທະຍາສາດທຳມະຊາດລະບົບ (12+4)ໄດ້ເຮັດການທົດລອງໃນວິຊາຟີຊິກເລື່ອງກ່ຽວກັບໄຟຟ້າກົດເກນໂອມ ຊີ້ນຳການທົດລອງໂດຍອາຈານບຸນເລີດ ໂຄດສົມບັດ ເຊິ່ງເພື່ອປະຕິບັດຕາມແຜນການພາກຮຽນທີ 2 ຂອງຫ້ອງການ ວິທະຍາສາດທຳມະຊາດ ແລະ ຫຼັງຈາກຮຽນທິດສະດີແລ້ວ ຈະຕ້ອງເຮັດທົດລອງຕົວຈິງເພື່ອໃຫ້ນັກສຶກສາຄູກ້າວສູ່ຄຸນນະພາບ. ໃນການປະຕິບັດຄັ້ງນີ້ມີຈຳນວນນັກສຶກສາ 39 ຄົນ,ຍິງ 30 ຄົນ ໄດ້ແບ່ງອອກເປັນ 5 ກຸ່ມ ແຕ່ລະກຸ່ມມີ 7-8 ຄົນ ແຕ່ເຄື່ອງທົດລອງຂອງພວກເຮົາມີ 2ຊຸດໄດ້ຜັດປ່ຽນກັນເຂົ້າມາປະຕິບັດທົດລອງຈົນໝົດທຸກກຸ່ມເຫັນວ່ານັກສຶກສາໄດ້ຕັ້ງໜ້າເຮັດການທົດລອງຢ່າງເອົາໃຈໃສ່ ແລະ ຈະໄດ້ຂຽນບົດລາຍງານການທົດລອງສົ່ງອາຈານຊີ້ນຳການທົດລອງໃນຊົ່ວໂມງຕໍ່ໄປ. ການປະຕິບັດທົດລອງຈົນຮອດເວລາ 9 ໂມງນາທີຈຶ່ງເຮັດການທົດລອງສຳເລັດແລ້ວເກັບມ້ຽນອຸປະກອນໃຫ້ຮຽບຮ້ອຍ ແລະ ອານາໄມຫ້ອງທົດລອງ.



ຂຽນໂດຍ ອາຈານ ບຸນເລີດ ໂຄດສົມບັດ

ສົ່ງເຂົ້າ Facebook 
ທີ່ຕັ້ງ: ຖະໜົນເລກ 09, ບ້ານ ອຸດົມວິໄລ, ນະຄອນ ໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.
ໂທລະສັບ: (856) 41-212180, Fax: (856) 41-213667, ຕູ້ໄປສະນີ: 809, Email: savanttc [at] yahoo.com
ໃບອະນຸຍາດນຳສະເໜີ