ເວລາ 10:00 ນາທີ ຂອງວັນທີ 28 ກຸມພາ 2026 ຄະນະພັກ, ຄະນະອຳນວຍການ
ພະນັກງານຄູ-ອາຈານ ຕາງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຮ່ວມແບ່ງເບົາຄວາມທຸກໂສກ
ໄວ້ອາໄລແດ່ການຈາກໄປ ຂອງ ທ່ານ ວັນນະເລດ ໂຄດຕະວົງ ຜູ້ເປັນສາມີຂອງ ອາຈານ ເພັດສະໄໝ ເສນາມົນຕີ ສັງກັດຢູ່ໂຮງຮຽນລ້ຽງເດັກ-ອະນຸບານ ຂອງວິທະຍາໄລຄູສະຫວັນນະເຂດ.
ທີ່ເສຍຊີວິດໃນເວລາ 17:00 ນາທີ ຂອງວັນທີ 26 ກຸມພາ 2026 ດ້ວຍອຸປະຕິເຫດ ທີ່ບ້ານ ດົງນາຄຳ, ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ. ໃນພິທີດັ່ງກ່າວ ທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະພະແນກ, ພາກວິຊາ ຂອງ ວຄສ ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ
ດ້ວຍການມອບນະໂຍບາຍເງິນສົງເຄາະກິນທານ ໃນນາມ ພະນັກງານທັງໝົດ ເປັນຈຳນວນເງິນ 4,420,000 ກີບ. ຕໍ່ກັບການສູນເສຍໃນຄັ້ງນີ້
ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງຄອບຄົວຂອງທ່ານ ຂໍໃຫ້ດວງວິນຍານ
ທ່ານ ວັນນະເລດ ໂຄດຕະວົງ ຈົ່ງໄປສູ່ສຸຂະຕິສຸກເຖີ່ນ!
ລົງວັນທີ:04-ມີນາ-2026
ລົງວັນທີ:22-ມັງກອນ-2026
ລົງວັນທີ:22-ມັງກອນ-2026
ລົງວັນທີ:18-ທັນວາ-2025
ລົງວັນທີ:18-ທັນວາ-2025
ລົງວັນທີ:06-ພະຈິກ-2025