ຂ່າວສະຖາບັນ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ຄຳໄຫວ ຫຼວງສະລາດ ທີ່ໄດ້ສູນເສຍເມຍທີ່ແສນເຄົາລົບຮັກ

ລົງວັນທີ: 22-ມັງກອນ-2026 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

   ເວລາ 14:00 ນາທີ ຂອງວັນທີ 01 ມັງກອນ 2026 ຄະນະພັກ, ຄະນະອຳນວຍການ ພະນັກງານຄູ-ອາຈານ ຕາງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຮ່ວມແບ່ງເບົາຄວາມທຸກໂສກ ໄວ້ອາໄລແດ່ການຈາກໄປ ຂອງ ທ່ານ ນາງ ທອງເຫຼືອງ ແກ້ວດວງສິນ ຜູ້ເປັນເມຍຂອງ ອາຈານ ຄຳໄຫວ ຫຼວງສະລາດ ສັງກັດຢູ່ພາກວິຊາພາສາອັງກິດ-ໄອຊີທີ ຂອງວິທະຍາໄລຄູສະຫວັນນະເຂດ. ທີ່ເສຍຊີວິດໃນເວລາ 5:30 ນາທີ ຂອງວັນທີ 30 ທັນວາ 2025 ດ້ວຍພະຍາດຂອງຜູ້ກ່ຽວ ທີ່ບ້ານ ອຸດົມວິໄລ, ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.  ໃນພິທີດັ່ງກ່າວ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະພະແນກ, ພາກວິຊາ ຂອງ ວຄສ  ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ ດ້ວຍການມອບນະໂຍບາຍເງິນສົງເຄາະກິນທານ ໃນນາມ ພະນັກງານທັງໝົດ ເປັນຈຳນວນເງິນ 4,556,000 ກີບ. ຕໍ່ກັບການສູນເສຍໃນຄັ້ງນີ້ ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງຄອບຄົວຂອງທ່ານ ຂໍໃຫ້ດວງວິນຍານ ທ່ານ ນາງ ທອງເຫຼືອງ ແກ້ວດວງສິນ ຈົ່ງໄປສູ່ສຸຂະຕິສຸກເຖີ່ນ!

ຂ່າວສານຫຼ້າສຸດ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ຄຳໄຫວ ຫຼວງສະລາດ ທີ່ໄດ້ສູນເສຍເມຍທີ່ແສນເຄົາລົບຮັກ

ລົງວັນທີ:22-ມັງກອນ-2026

ຂ່າວສະຖາບັນ
ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ຫຼ້າໄກສອນ ໄຊຍະຈິດ ຜູ້ທີ່ສູນເສຍແມ່ອັນເປັນທີ່ເຄົາລົບຮັກ

ລົງວັນທີ:22-ມັງກອນ-2026

ຂ່າວສະຖາບັນ

ລົງວັນທີ:18-ທັນວາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ຈັດກິດຈະກຳຖາມ-ຕອບ ວິທະຍາສາດ ໃນຕອນບ່າຍ ຂອງວັນທີ 17/12/2025

ລົງວັນທີ:18-ທັນວາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ