ເວລາ 11:00 ນາທີ ຂອງວັນທີ 15 ມັງກອນ 2026 ຄະນະພັກ, ຄະນະອຳນວຍການ ພະນັກງານຄູ-ອາຈານ ຕາງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຮ່ວມແບ່ງເບົາຄວາມທຸກໂສກ ໄວ້ອາໄລແດ່ການຈາກໄປ ຂອງ ແມ່ເຖົ້າ ຮວຍ ໄຊຍະຈິດ ຜູ້ເປັນແມ່ຂອງ ອາຈານ ຫຼ້າໄກສອນ ໄຊຍະຈິດ ຫົວໜ້າພະແນກຄົ້ນຄວ້າວິທະຍາສາດ ແລະ ພັດທະນາວິຊາຊີບຄູ ຂອງວິທະຍາໄລຄູສະຫວັນນະເຂດ. ທີ່ເສຍຊີວິດໃນເວລາ 16:08 ນາທີ ຂອງວັນທີ 10 ມັງກອນ 2026 ດ້ວຍໂລກຊະລາ ທີ່ບ້ານ ວັງເກັດ, ເມືອງ ຈຳພອນ ແຂວງສະຫວັນນະເຂດ. ໃນພິທີດັ່ງກ່າວ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະພະແນກ, ພາກວິຊາ ຂອງ ວຄສ ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ ດ້ວຍການມອບນະໂຍບາຍເງິນສົງເຄາະກິນທານ ໃນນາມ ພະນັກງານທັງໝົດ ເປັນຈຳນວນເງິນ 4,556,000 ກີບ. ຕໍ່ກັບການສູນເສຍໃນຄັ້ງນີ້ ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງຄອບຄົວຂອງທ່ານ ຂໍໃຫ້ດວງວິນຍານ ແມ່ເຖົ້າຮວຍ ໄຊຍະຈິດ ຈົ່ງໄປສູ່ສຸຂະຕິສຸກເຖີ່ນ!