ຂ່າວສະຖາບັນ

ພິທີປະກາດເລື່ອນສະມາຊິກພັກສຳຮອງ ເປັນ ສະມາຊິກພັກສົມບູນ

ລົງວັນທີ: 15-ມີນາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

        ໃນຕອນເຊົ້າ ຂອງວັນທີ 14 ມີນາ 2025 ທີ່ຫ້ອງປະຊຸມຕຶກ ເອເຈ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈໍານວນ 6 ສະຫາຍ, ຍິ່ງ 3 ສະຫາຍ ຈາກ 4 ໜ່ວຍພັກ ຄືໜ່ວຍພັກຫ້ອງການ 1, ໜ່ວຍພັກຫ້ອງການ 2, ໜ່ວຍພັກຫ້ອງການວິທະຍາສາດສັງຄົມ ແລະ ໜ່ວຍພັກພາສາຕ່າງປະເທດ ທີ່ຂຶ້ນກັບຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຂອງສະຫາຍ ລັດສະໜີ ພະໄຊສີ ເລຂາຄະນະພັກຮາກຖານ ວິທະຍາໄລຄູສະຫວັນນະເຂດ, ມີສະຫາຍ ນາງຈັນສຸດາ ຈັນທິວົງ ຄະນະພັກຮາກຖານ ປະທານກວດກາ ຄະນະພັກຮາກຖານ ເລຂາຄະໜ່ວຍພັກຫ້ອງກາຍວິທະຍາສາດສັງຄົມ ທີ່ເປັນຫົວໜ້າພະແນກຈັດຕັ້ງພະນັກງານ, ກວດກາ ແລະປະກັນຄຸນນະພາບ, ມີສະຫາຍ ພົມມາ ໄຊຍະວົງ ຄະນະພັກຮາກຖານ ເລຂາໜ່ວຍພັກຫ້ອງການ 1, ສະຫາຍ ໂພໄຊ ພິລາວົງ ເລຂາຄະນະໜ່ວຍພັກຫ້ອງການພາສາຕ່າງປະເທດ, ສະຫາຍ ບຸນລຽນ ເທບພອນໄຊ ຮອງເລຂາຄະນະໜ່ວຍພັກຫ້ອງການ 2, ມີຕາງໜ້າ ຈາກໜ່ວຍພັກຫ້ອງການ ວິທະຍາສາດທໍາມະຊາດ, ຕາງໜ້າຈາກໜ່ວຍພັກຫ້ອງການອະນຸບານ-ປະຖົມ, ມີຄະນະໜ່ວຍພັກ ທັງ 4 ໜ່ວຍພັກ ພ້ອມດ້ວຍຫົວໜ້າຈຸ, ຮອງຫົວໜ້າຈຸ ແລະສະມາຊິກພັກທັງໝົດພາຍໃນ 4 ໜ່ວຍພັກ ທຸກໆສະຫາຍເຂົ້າຮ່ວມຢ່າງພ້ອມພຽງ.

       ໃນວາລະຕໍ່ມາ ບັນດາສະຫາຍທີ່ຈະເລື່ອນຈາກສໍາຮອງເປັນສົມບູນ ໄດ້ຂຶ້ນຜ່ານໃບສໍາຫຼວດຕົນເອງຈາກສະໄໝເປັນສະມາຊິກສໍາຮອງ 12 ເດືອນ ຕາມລໍາດັບ ຄື ສະຫາຍ ນາງສຸພາວະດີ ທານະຂັນຕີ, ສະຫາຍ ນາງວັນນິດາ ພົມໂສພາ, ສະຫາຍ ນາງຄັນຖິນ ລີມີໄຊ, ສະຫາຍ ວຽງຊໍາ ຈັນທະລາ, ສະຫາຍ ສົມປາດຖະໜາ ໄຊສິດທິເດດ ແລະ ສະຫາຍ ສຸລິຍັນ ພິມມະສອນ. ຈາກນັ້ນ ສະຫາຍ ນາງຈັນສຸດາ ຈັນທິວົງ ຫົວໜ້າພະແນກຈັດຕັ້ງພະນັກງານ, ກວດກາ ແລະປະກັນຄຸນນະພາບ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດ ເລື່ອນຈາກສໍາຮອງເປັນສົມບູນ ຂອງ 6 ສະຫາຍດັ່ງກ່າວ. ຈາກນັ້ນ, ສະຫາຍ ລັດສະໝີ ພະໄຊສີ ເລຂາຄະນະພັກຮາກຖານ ໄດ້ເປັນກຽດຂຶ້ນມອບມະຕິຕົກລົງການເລື່ອນ ພ້ອມທັງສໍາພັດມືບັນດາສະມາຊິກພັກສົມບູນໃໝ່.

        ໃນວາລະຕໍ່ມາ ສະຫາຍ ເລຂາຄະນະພັກຮາກຖານ ກໍໃຫ້ກຽດກ່າວຄໍາໂອ້ລົມຕໍ່ພິທີ ແລະຕາງໜ້າສະມາຊິກສົມບູນໃໝ່ໄດ້ຂຶ້ນກ່າວຮັບຄໍາໂອວາດຕັກເຕືອນ ແລ້ວຈົບພິທີຢ່າງສົມກຽດ.

ລົງຂ່າວໂດຍ: ອຈ ດາວມະໂນລັກ ແກ້ວມຸງຄຸນ

ຂ່າວສານຫຼ້າສຸດ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ຄຳໄຫວ ຫຼວງສະລາດ ທີ່ໄດ້ສູນເສຍເມຍທີ່ແສນເຄົາລົບຮັກ

ລົງວັນທີ:22-ມັງກອນ-2026

ຂ່າວສະຖາບັນ
ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ຫຼ້າໄກສອນ ໄຊຍະຈິດ ຜູ້ທີ່ສູນເສຍແມ່ອັນເປັນທີ່ເຄົາລົບຮັກ

ລົງວັນທີ:22-ມັງກອນ-2026

ຂ່າວສະຖາບັນ

ລົງວັນທີ:18-ທັນວາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ຈັດກິດຈະກຳຖາມ-ຕອບ ວິທະຍາສາດ ໃນຕອນບ່າຍ ຂອງວັນທີ 17/12/2025

ລົງວັນທີ:18-ທັນວາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ