ຂ່າວສະຖາບັນ

ກອງປະຊຸມການນຳສະເໜີຂອບຄວາມຄິດ ແລະ ແຜນດຳເນີນການວິໄຈ ສະໜັບສະໜູນບົດວິພາກໃນການຍົກສະຖານະ ວິທະຍາໄລຄູ ເປັນສະຖາບັນສ້າງຄູ ປະຈຳສົກປີ 2025 ຄັ້ງວັນທີ 13 ມີນາ 2025 ທີ່ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ: 15-ມີນາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ກອງປະຊຸມການນຳສະເໜີຂອບຄວາມຄິດ ແລະ ແຜນດຳເນີນການວິໄຈ ສະໜັບສະໜູນບົດວິພາກໃນການຍົກສະຖານະ ວິທະຍາໄລຄູ ເປັນສະຖາບັນສ້າງຄູ  ໄດ້ເລີ່ມແຕ່ເວລາ 9 ໂມງ 00 ນາທີ ຂອງວັນທີ 13 ມີາ 2025 ທີ່ຫ້ອງປະຊຸມຕຶກ AJ ວິທະຍາໄລຄູສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ລັດສະໝີ ພະໄຊສີ ຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດພ້ອມຄະນະ, ມີຫົວໜ້າຈັດຕັ້ງພະນັກງານ ກວດກາ ແລະ ປະກັນຄຸນນະພາບ ພ້ອມຄະນະ, ຄະນະຮຽບຮຽງບົດວິພາກ ແລະ ຄະນະຮັບຜິດຊອບເຂົ້າຮ່ວມ.
    ເນື້ອໃນກອງປະຊຸມແມ່ນຕ່າງໜ້າຄະນະຮຽບຮຽງບົດວິພາກ ຂຶ້ນນຳສະເໜີຂອບຄວາມຄິດ ແລະ ແຜນດຳເນີນການວິໄຈ ໃນ2ຫົວຂໍ້ຄື:
1. ສິ່ງທ້າທາຍໃນການສອນ ແລະ ຄວາມຕ້ອງການພັດທະນາຕົນເອງຂອງຄູ: ກໍລະນີສຶກສາຂອງຄູອະນຸບານ ຄູປະຖົມ ແລະ ຄູມັດທະຍົມໃນແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ
2. ລະບົບການສະໜັບສະໜູນການພັດທະນາຄຸນນະພາບການສອນໃນວິທະຍາໄລຄູສະຫວັນນະເຂດ ແລະ ໂຮງຮຽນເຄືອຄ່າຍ.

ລົງຂ່າວໂດຍ: ອຈ ດາວມະໂນລັກ ແກ້ວມຸງຄຸນ

ຂ່າວສານຫຼ້າສຸດ

ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ
19-20 ສິງຫາ 2025 ພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ດຳເນີນການປ້ອງກັນເຄົ້າໂຄງບົດວິໄຈທາງການສຶກສາ (3 ບົດ) ໃຫ້ແກ່ນັກສຶກສາຄູ

ລົງວັນທີ:20-ສິງຫາ-2025

ຂ່າວສະຖາບັນ
ພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ຝຶກອົບຮົມການນໍາໃຊ້ AI ສຳລັບການຮຽນການສອນ ໃຫ້ແກ່ນັກສຶກສາຄູ

ລົງວັນທີ:15-ສິງຫາ-2025

ຂ່າວສະຖາບັນ
ເອກະສານວຽກປະກັນຄຸນນະພາບ (QA) 2024

ລົງວັນທີ:14-ສິງຫາ-2025

ບົດຄວາມ