ຂ່າວສະຖາບັນ

ກອງປະຊຸມຖອດຖອນບົດຮຽນວຽກງານຈັດຕັ້ງ ແລະ ພະນັກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ທາງລະບົບອອນໄລ

ລົງວັນທີ: 14-ມີນາ-2025 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

ລົງຂ່າວໂດຍ: ອຈ ດາວມະໂນລັກ ແກ້ວມຸງຄຸນ

       ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ໄດ້ມີກອງປະຊຸມຖອດຖອນບົດຮຽນວຽກງານຈັດຕັ້ງ ແລະ ພະນັກງານ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ທົ່ວປະເທດ ທາງລະບົບອອນໄລ ໂດຍມີຄະນະພັກຮາກຖານ-ຄະນະອຳນວຍການ ຫົວໜ້າພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນນະພາບ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງວຽກງານຈັດຕັ້ງພະນັກງານ ຂອງວິທະຍາໄລຄູສະຫວັນນະເຂດ ກໍໄດ້ເຂົ້າຮ່ວມກອງປະຊຸມ ທີ່ຫ້ອງປະຊຸມອອນລາຍ ຕຶກ AJ ວິທະຍາໄລຄູສະຫວັນນະເຂດ ເຊິ່ງໄດ້ເລີ່ມແຕ່ເວລາ 8 ໂມງ 30 ນາທີ ເປັນຕົ້ນໄປ ເຊິ່ງໃນກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານກ່າວເປິດກອງປະຊຸມ ໂດຍທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.        

     ເນື້ອໃນກອງປະຊຸມ ໄດ້ເຜິຍແຜ່ ຄຳແນະນຳກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍທ່ານ ອິນທະວົງ ມະນີທອງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ. ຕໍ່ມາໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ພະນັກງານປະຈຳປີ 2024 ແລະ ທິດທາງແຜນ ປະຈຳປີ 2025 ຂອງຂະແໜງການສຶກສາທິການ ແລະ ກິລາ ໂດຍທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງສຶກສາທິການ ແລະ ກິລາ

 

ຂ່າວສານຫຼ້າສຸດ

ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ
ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ