ຂ່າວສະຖາບັນ

ວິທະຍາໄລຄູສະຫວັນນະເຂດ ປະຕິບັດນະໂຍບາຍເງິນສົງເຄາະ ແດ່ ຄອບຄົວ ອາຈານ ສຸກສັນ ນວນທະວົງ ທີ່ໄດ້ສູນເສຍພໍ່ທີ່ແສນເຄົາລົບຮັກ

ລົງວັນທີ: 06-ພຶດສະພາ-2024 ຜູ້ຂຽນ:ພະແນກຈັດຕັ້ງພະນັກງານ, ກວດກາ ແລະ ປະກັນຄຸນະພາບ

   ເວລາ 11:00 ນາທີ ຂອງວັນທີ 01 ພຶດສະພາ 2024 ຄະນະພັກ, ຄະນະອຳນວຍການ ພະນັກງານຄູ-ອາຈານ ຕາງໜ້າໃຫ້ວິທະຍາໄລຄູສະຫວັນນະເຂດ ໄດ້ຮ່ວມແບ່ງເບົາຄວາມທຸກໂສກ ໄວ້ອາໄລແດ່ການຈາກໄປ ຂອງ ທ່ານ ເດີມ ນວນທະວົງ ຜູ້ເປັນພໍ່ຂອງ ອາຈານ ສຸກສັນ ນວນທະວົງ ຮັກສາການຫົວໜ້າພາກວິຊາເຄມີສາດ-ຊີວະວິທະຍາ ຂອງວິທະຍາໄລຄູສະຫວັນນະເຂດ. ທີ່ເສຍຊີວິດໃນເວລາ 16:35 ນາທີ ຂອງວັນທີ 29 ເມສາ 2024 ດ້ວຍໂລກຊະລາ ທີ່ບ້ານ ເຊບັງຫຽງ, ເມືອງ ສອງຄອນ ແຂວງສະຫວັນນະເຂດ.  ໃນພິທີດັ່ງກ່າວ ທ່ານ ພົມມາ ໄຊຍະວົງ ຮອງຜູ້ອຳນວຍການວິທະຍາໄລຄູສະຫວັນນະເຂດ ພ້ອມຄະນະພະແນກ, ພາກວິຊາ ຂອງ ວຄສ  ກໍໄດ້ແບ່ງເບົາຄວາມທຸກໂສກນຳຄອບຄົວ ດ້ວຍການມອບນະໂຍບາຍເງິນສົງເຄາະກິນທານ ໃນນາມ ພະນັກງານທັງໝົດ ເປັນຈຳນວນເງິນ 5.840.000 ກີບ. ຕໍ່ກັບການສູນເສຍໃນຄັ້ງນີ້ ວິທະຍາໄລຄູສະຫວັນນະເຂດ ຂໍສະແດງຄວາມເສຍໃຈຢ່າງຍິ່ງມາຍັງຄອບຄົວຂອງທ່ານ ຂໍໃຫ້ດວງວິນຍານ ທ່ານ ເດີມ ນວງທະວົງ ຈົ່ງໄປສູ່ສຸຂະຕິສຸກເຖີ່ນ!

ພາບ-ຂ່າວ: ສະຖາພອນ ລາດຊະວັດ

ຂ່າວສານຫຼ້າສຸດ

ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ໄດ້ມອບອຸປະກອນການຮຽນ ແລະ ກິລາ ໃຫ້ນັກສຶກສາ ຄັ້ງວັນທີ 6/11/2025 ເຊິ່ງອຸປະກອນດັ່ງກ່າວແມ່ນ ຮັບມາຈາກ ທ່ານ ບູນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ເຂົ້າຮ່ວມໃນພິທີມອບ ມີ ທ່ານ ຄຳປະເສີດສີສຸວັນນະ ຮອງຫົວພາກວິຊາ ພ້ອມຄູອາຈານພາຍໃນພາກວິຊາ

ລົງວັນທີ:06-ພະຈິກ-2025

ຂ່າວສະຖາບັນ
ພິທີປະກາດບົ່ງຕົວແຕ່ງຕັ້ງ ຮອງເລຂາຄະນະພັກ ວິທະຍາໄລຄູສະຫວັນນະເຂດ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ

ລົງວັນທີ:09-ຕຸລາ-2025

ຂ່າວສະຖາບັນ
ຄະນະພາກວິຊາສ້າງຄູເຄມີສາດ ແລະ ຊີວະວິທະຍາ ນິເທດລະບຽບວິຊາການ ແລະ ລະບຽບກິດຈະການນັກສຶກສາ ໃຫ້ແກ່ນັກສຶກສາຄູພາຍໃນພາກວິຊາ

ລົງວັນທີ:17-ກັນຍາ-2025

ຂ່າວສະຖາບັນ

ລົງວັນທີ:02-ກັນຍາ-2025

ຂ່າວສະຖາບັນ
ນັກສຶກສາຄູພາສາອັງກິດ ປະລິນຍາຕີ ລະບົບ 11+3+4 (ໄລຍະພັກສິ້ນປີຮຽນ) ມອບ Printer 1 ເຄື່ອງ ໃຫ້ພາກວິຊາສ້າງຄູພາສາອັງກິດ-ໄອຊີທີ ຄັ້ງວັນທີ 21 ສິງຫາ 2025

ລົງວັນທີ:21-ສິງຫາ-2025

ຂ່າວສະຖາບັນ